Thursday, January 5, 2012

ຄຳຖາມ: ຂ້າພຣະເຈົ້າຈະໄດ້ຮັບການອະໄພຈາກພຣະເຈົ້າແນວໃດ?

♡♡♡
คุณได้รับชีวิตนิรันดร์หรือยัง?
http://goo.gl/5Xy6ft
 

ປະຊາຊົນສປປລາວ ...ຄຳຖາມ: ຂ້າພຣະເຈົ້າຈະໄດ້ຮັບການອະໄພຈາກພຣະເຈົ້າແນວໃດ?
ຄຳຖາມ: ທ່ານໄດ້ຊີວິດທີ່ເປັນນິລັນຫຼືຍັງ?

 

ເອຊາຢາ 17
1.   ຖ້ອຍ​ຄຳ​ກ່ຽວ​ກັບ​ເມືອງ​ດາ​ມັ​ສ​ກັ​ສ ເບິ່ງ​ແມ, ດາ​ມັ​ສ​ກັ​ສ​ຈະ​ຢຸດ​ບໍ່​ເປັນ​ເມືອງ​ຫລວງ ແລະ​ຈະ​ກາຍ​ເປັນ​ກອງ​ສິ່ງ​ສະ​ລັກ​ຫັກ​ພັງ

 

ກິຈການ 26
13. ຂ້າແດ່​ກະ​ສັດ​ຜູ້​ເປັນ​ເຈົ້າ, ໃນ​ເວ​ລາ​ທ່ຽງ​ວັນ​ເມື່ອ​ກຳ​ລັງ​ເດີນ​ທາງ​ໄປ ຂ້າ​ພຣະ​ບາດ​ໄດ້​ເຫັນ​ແສງ​ສວ່າງ​ກ້າກວ່າ​ແສງ​ພຣະ​ອາ​ທິດ​ສ່ອງ​ລົງ​ມາ​ຈາກ​ຟ້າ​ອ້ອມ​ຮອບ​ຂ້າ​ພຣະ​ບາດ​ກັບ​ຄົນ​ທັງ​ຫລາຍ​ທີ່​ໄປ​ນຳ
14. ເມື່ອ​ພວກ​ຂ້າ​ພຣະ​ບາດ​ທຸກ​ຄົນ​ລົ້ມ​ລົງ​ເທິງ​ດິນ ຂ້າ​ພຣະ​ບາດ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ກ່າວ​ມາ​ເປັນ​ພາ​ສາ​ເຮັບ​ເຣີ ຖາມ​ຂ້າ​ພຣະ​ບາດ​ວ່າ “ໂຊ​ໂລ, ໂຊ​ໂລ​ເອີຍ, ເຈົ້າ​ຂົ່ມ​ເຫັງ​ເຮົາ​ເຮັດ​ຫຍັງ? ທີ່​ເຈົ້າ​ຖີບ​ເຫລັກ​ກະ​ຕັກ​ນັ້ນ​ກໍ​ເປັນ​ການ​ເຈັ​ບ​ແກ່​ຕົວ​ເອງ”
15. ຂ້າ​ພຣະ​ບາດ​ຈຶ່ງ​ທູນ​ຖາມ​ວ່າ, “ທ່ານ​ເອີຍ, ທ່ານ​ແມ່ນ​ໃຜ?” ຝ່າຍ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ວ່າ “ເຮົາ​ຄື​ເຢ​ຊູ​ທີ່​ເຈົ້າ​ຂົ່ມ​ເຫັງ​ນັ້ນ​ແຫລະ
16. ແຕ່ຈົ່ງ​ລຸກ​ຂຶ້ນ​ແລະ​ຢືນ​ຢູ່ ເພາະ​ເພື່ອ​ການ​ນີ້​ແຫລະ, ເຮົາ​ໄດ້​ປາ​ກົດ​ແກ່​ເຈົ້າ ຄື​ເພື່ອ​ຈະ​ຕັ້ງ​ເຈົ້າ​ໄວ້​ໃຫ້​ເປັນ​ຜູ້​ຣັບ​ໃຊ້​ແລະ​ເປັນ​ພຍານ​ເຖິງ​ເຫດ​ການ​ທີ່​ເຈົ້າ​ໄດ້​ເຫັນ​ແລ້ວ ກັບ​ທັງ​ເຫດ​ການ​ທີ່​ເຮົາ​ຈະ​ປາ​ກົດ​ແກ່​ເຈົ້າ​ໃນ​ພາຍ​ຫນ້າ
17. ເຮົາ​ຈະ​ໂຜດ​ເຈົ້າ​ໃຫ້​ພົ້ນ​ຈາກ​ພົລ​ເມືອງ​ນີ້ ແລະ​ຈາກ​ຄົນ​ຕ່າງ​ຊາດ​ທີ່​ເຮົາ​ຈະ​ໃຊ້​ເຈົ້າ​ໄປ​ຫາ​ນັ້ນ
18. ເພື່ອ​ຈະ​ໃຫ້​ເຈົ້າ​ໄຂ​ຕາ​ເຂົາ ເພື່ອ​ເຂົາ​ຈະ​ກັບ​ຈາກຄວາມ​ມືດມ​ຣາ​ເຖິງ​ຄວາມ​ສວ່າງ ແລະ​ຈາກ​ອຳ​ນາດ​ຂອງ​ຊາ​ຕານ​ມາ​ເຖິງ​ພຣະ​ເຈົ້າ

 

Photo Laos
http://goo.gl/egSg3t

 

ເຢເຣມີ 29
11. ພຣະ​ຜູ້ເປັນ​ເຈົ້າ​ກ່າວ​ວ່າ ເພາະ​ເຮົາ​ຮູ້​ແຜນ​ງານ​ທີ່​ເຮົາ​ມີ​ໄວ້​ສຳ​ລັບ​ເຈົ້າ ເປັນ​ແຜນ​ງານ​ເພື່ອ​ສັນ​ຕິ​ພາບ ບໍ່​ແມ່ນ​ເພື່ອ​ເປັນອັນ​ຕະ​ຣາຍ ເພື່ອ​ຈະ​ໃຫ້​ອະ​ນາ​ຄົດ​ແລະ​ຄວາມ​ຫວັງ​ໃຈ​ແກ່​ເຈົ້າ

 


1. ໂຢຮັນ 4
16. ຝ່າຍ​ເຮົາ​ທັງ​ຫລາຍ​ໄດ້​ຮູ້​ຈັກ​ແລະ​ໄດ້​ເຊື່ອໃນ​ຄວາມ​ຮັກທີ່​ພຣະ​ເຈົ້າ​ໄດ້​ຊົງ​ມີ​ຕໍ່​ພວກ​ເຮົາ ພຣະ​ເຈົ້າ​ຊົງ​ເປັນ​ຄວາມ​ຮັກ ຜູ້​ໃດ​ທີ່​ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ກໍ​ຢູ່​ໃນ​ພຣະ​ເຈົ້າ ແລະ​ພຣະ​ເຈົ້າ​ກໍ​ຊົງ​ສະ​ຖິດຢູ່​ໃນຜູ້​ນັ້ນ

 

 

 
 

ເພງສັຣເສີນ 96
5. ສ່ວນ​ພຣະ​ຂອງ​ຊົນ​ຊາດ​ອື່ນ​ບໍ່​ແມ່ນ​ພຣະ​ແທ້ ແຕ່ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ຜູ້​ສ້າງຟ້າສວັນ

 

 

1 ໂກຣິນໂທ 10
14.  ເຫ​ດ​ສັນນັ້ນ​ພວກ​ທີ່​ຮັກ​ຂອງ​ເຮົາ​ເອີຍ ຈົ່ງ​ຫລີກ​ຫນີ​ຈາ​ກການ​ຂາບ​ໄຫວ້​ພຣະ​ທຽມ ເຮົາ​ເວົ້າ​ເຫມືອນ​ດັ່ງ​ເວົ້າ​ກັບ​ຄົນ​ທີ່​ມີ​ປັ​ນຍາ

 


ໂຢຊວຍ 24
23. ໂຢ ​ຊວຍ​ເວົ້າ​ຕໍ່​ໄປ​ວ່າ, “ດັ່ງ​ນັ້ນ ຈົ່ງ​ປະ​ຖິ້ມ​ພຣະ​ຂອງ​ພວກ​ຕ່າງ​ປະ​ເທດ​ທີ່​ຢູ່​ຖ້າມ​ກາງ​ພວກ​ທ່ານ​ເທີນ ແລະ​ຈົ່ງ​ຕິດ​ຕາມ​ພຣະ​ຜູ້ເປັນ​ເຈົ້າ​ຂອງ​ພວກ​ອິສ​ຣາ​ເອນ​ດ້ວຍ​ຄວາມ​ສັດ​ຊື່”

 


ຄຳຖາມ: ແມ່ນຫຍັງຄືແຜນການເພື່ອຊ່ວຍໃຫ້ລອດພົ້ນຈາກບາບ ແລະ ບຶງໄຟນາລົກ?
http://www.gotquestions.org/Lao/Lao-plan-salvation.html

 


ໂຢຮັນ 8
12. ອີກ​ເທື່ອ​ນຶ່ງ​ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ເຂົາ​ວ່າ, “ເຮົາ​ນີ້​ແຫລະ, ເປັນ​ຄວາມ​ສວ່າງ​ຂອງ​ໂລກ ຜູ້​ທີ່​ຕາມ​ເຮົາ​ມາ​ຈະ​ບໍ່​ທຽວ​ໄປ​ໃນ​ທີ່​ມືດ ແຕ່​ຈະ​ມີ​ຄວາມ​ສວ່າງ​ແຫ່ງ​ຊີ​ວິດ”
...
23. ພຣະ​ອົງ​ຊົງ​ກ່າວ​ຕໍ່​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ເປັນຂອງ​ເບື້ອງ​ລຸ່ມ ຝ່າຍ​ເຮົາ​ເປັນ​ຂອງ​ເບື້ອງ​ເທິງ ພວກ​ທ່ານ​ເປັນ​ຝ່າຍ​ໂລກ​ນີ້ ເຮົາ​ບໍ່​ເປັນ​ຝ່າຍ​ໂລກ​ນີ້
24. ດ້ວຍ​ເຫດ​ນີ້​ເຮົາ​ຈຶ່ງບອກ​ທ່ານ​ທັງ​ຫລາຍ​ວ່າ ພວກ​ທ່ານ​ຈະ​ຕາຍ​ໃນ​ຄວາມ​ຜິດ​ບາບ​ຂອງ​ທ່ານ ເພາະ​ວ່າ​ຖ້າ​ທ່ານ​ບໍ່​ໄດ້​ເຊື່ອ​ວ່າ ເຮົາ​ນີ້​ແຫລະ, ເປັນ​ຜູ້​ນັ້ນ ພວກ​ທ່ານ​ຈະ​ຕ້ອງ​ຕາຍ​ໃນ​ບາບ​ຂອງ​ຕົນ”
...
36. ເຫດ​ສັນ​ນັ້ນ​ຖ້າ​ພຣະ​ບຸດ​ຈະ​ເຮັດ​ໃຫ້​ທ່ານ​ທັງ​ຫລາຍ​ເປັນ​ອິ​ສ​ຣະ ພວກ​ທ່ານ​ກໍ​ຈະ​ເປັນ​ອິ​ສ​ຣະ​ແທ້​ຈິງ
 
 
 
ໂຢຮັນ 6
47. ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຜູ້​ທີ່​ວາງ​ໃຈ​ໃນ​ເຮົາ​ກໍ​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ

 

ໂຢຮັນ 10
28. ຝ່າຍ​ເຮົາ​ກໍ​ປະ​ທານ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ​ໃຫ້​ແກ່​ແກະ​ນັ້ນ ແລະ​ເຂົາ​ຈະ​ບໍ່​ຈິບ​ຫາຍ​ຈັກ​ເທື່ອ ບໍ່​ມີ​ຜູ້​ໃດ​ຈະ​ຍາດ​ເຂົາ​ອອກ​ຈາກ​ມື​ຂອງ​ເຮົາ​ໄດ້
 
 

ຄຳຖາມ: ທ່ານໄດ້ຊີວິດທີ່ເປັນນິລັນຫຼືຍັງ?
http://www.gotquestions.org/
Lao/Lao-eternal-life.html
 
 
 
 
ໂຢຮັນ 5
25. “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ​ເວ​ລາ​ນັ້ນ​ໃກ້​ຈະ​ເຖິງ ແລະ​ບັດ​ນີ້​ມາ​ເຖິງ​ແລ້ວ ຄື​ເມື່ອຜູ້​ຕາຍ​ແລ້ວ​ຈະ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ແຫ່ງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ​ບັນ​ດາ​ຜູ້​ທີ່​ໄດ້​ຍິນ​ຈະ​ມີ​ຊີ​ວິດ
26. ເພາະ​ວ່າ​ພຣະ​ບິ​ດາ​ຊົງ​ພຣະ​ຊົນ​ໃນ​ພຣະ​ອົງ​ເອ​ງຢ່າງ​ໃດ ພຣະ​ອົງກໍ​ໄດ້​ຊົງ​ປະ​ທານ​ໃຫ້​ພຣະ​ບຸດ​ຊົງ​ພຣະ​ຊົນ​ໃນ​ພຣະ​ອົງ​ເອງ​ຢ່າງ​ ນັ້ນ
27. ຊ້ຳ​ໄດ້​ຊົງ​ປະ​ທານ​ໃຫ້​ພຣະ​ອົງ​ມີ​ສິດ​ອຳ​ນາດ​ທີ່​ຈະ​ພິ​ພາກ​ສາ ເພາະ​ພຣະ​ອົງ​ຊົງ​ເປັນ​ບຸດ​ມະ​ນຸດ
28. ຢ່າ​ປ​ລາດ​ໃຈ​ໃນຂໍ້​ນີ້ ເພາະ​ໃກ້​ຈະ​ເຖິງ​ເວ​ລາ​ທີ່​ບັນ​ດາ​ຜູ້​ທີ່​ຢູ່​ໃນ​ຂຸມ​ຝັງ​ສົບ​ຈະ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ
29. ແລະ​ຈະ​ໄດ້​ອອກ​ມາ ບັນ​ດາ​ຜູ້​ທີ່​ໄດ້​ເຮັດ​ການ​ດີ​ກໍ​ຄືນ​ສູ່​ຊີ​ວິດ ແລະ​ບັນ​ດາ​ຜູ້​ເຮັດ​ການ​ຊົ່ວ​ກໍ​ຄື​ນ​ສູ່​ການ​ພິ​ພາກ​ສາ
  
 
 
 
ລູກາ 5
20. ເມື່ອ​ພຣະ​ອົງ​ຊົງ​ເຫັນ​ຄວາມ​ເຊື່ອ​ຂອງ​ເຂົາ​ແລ້ວ​ກໍ​ຊົງ​ກ່າວ​ກັບ​ຄົນ​ ເປັ້ຽນັ້ນ​ວ່າ, “ຊາຍ​ເອີຍ, ຄວາມ​ຜິດ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະ​ພັຍ​ແລ້ວ”
21 . ຝ່າຍ​ພວກນັກ​ທັມ​ແລະ​ພວກ​ຟາ​ຣີ​ຊາຍ​ກໍ​ຕັ້ງ​ຕົ້ນ​ຄຶດ​ໃນ​ໃຈ​ວ່າ, “ຜູ້​ນີ້​ທີ່​ເວົ້າ​ຫມິ່ນ​ປ​ມາດ​ພຣະ​ເຈົ້າ ແມ່ນ​ໃຜ ໃຜ​ຈະ​ຍົກ​ຄວາມ​ຜິດ​ບາບ​ໄດ້​ເວັ້ນ​ແຕ່​ພຣະ​ເຈົ້າ​ເທົ່າ​ນັ້ນ”
22. ແຕ່​ເມື່ອ​ພຣະ​ເຢ​ຊູ​ຊົງ​ຊາບ​ຄວາມ​ຄຶດຂອ​ງ​ເຂົາ ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ວ່າ, “ເຫດ​ສັນ​ໃດ​ທ່າ​ນທັງ​ຫລາຍ​ຈຶ່ງ​ຄຶດ​ພິ​ຈາ​ຣະ​ນາ​ໃນ​ໃຈ
23. ທີ່​ຈະ​ວ່າ “ຜິດ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະ​ພັຍ​ແລ້ວ” ຫລື​ຈະ​ວ່າ “ຈົ່ງ​ລຸກ​ຂຶ້ນ​ແລະ​ຍ່າງ​ທຽວ​ໄປ” ອັນ​ໃດ​ຈະ​ງ່າຍກວ່າ​ກັນ
24. ແຕ່​ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ຮູ້​ວ່າ ບຸດ​ມະ​ນຸດ​ມີ​ສິດອຳ​ນາດ​ໃນ​ໂລກ​ໃຫ້​ອະ​ພັຍ​ຄວາມຜິດ​ບາບ​ໄດ້” (ພຣະ​ອົງ​ຊົງ​ກ່າວ​ແກ່​ຄົນ​ເປັ້ຽວ່າ) “ເຮົາ​ສັ່ງ​ເຈົ້າ​ວ່າ ຈົ່ງ​ລຸກ​ຂຶ້ນ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ​ໄປ​ບ້ານ​ເສັຽ”
25. ໃນ​ທັນ​ໃດ​ນັ້ນ​ຄົນ​ເປັ້ຽ​ໄດ້​ລຸກ​ຂຶ້ນ​ຕໍ່​ຫນ້າ​ຄົນ​ທັງ​ປວງ ຍົກ​ເອົາ​ບ່ອນນອນ​ຊຶ່ງ​ຕົນ​ໄດ້​ນອນ​ນັ້ນ​ກັບ​ໄປ​ບ້ານ ໂດຍ​ຮ້ອງ​ສັຣເສີນ​ພຣະ​ເຈົ້າ 
 
 
 
 
 
ເອຊາຢາ 42
8. ນີ້​ຄື​ພຣະ​ນາມ​ຂອງ​ເຮົາ ແມ່ນເຮົາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ເປັນ​ພຣະ​ຜູ້​ເປັນ​ເຈົ້າ ເຮົາ​ຈະ​ບໍ່​ແບ່ງ​ປັນ​ພຣະ​ຣັ​ສ​ມີ​ຂອງ​ເຮົາ​ໃຫ້​ພຣະ​ອື່ນ ແລະ​ຈະ​ບໍ່​ແບ່ງ​ປັນ​ຄວາມ​ສັຣ​ເສີນ​ໃຫ້​ຮູບ​ເຄົາ​ຣົບ
...
17. ຄົນ​ທັງ​ຫລາຍທີ່​ເຊື່ອ​ຖື​ໃນ​ຮູບ​ເຄົາ​ຣົບ ຜູ້​ທີ່​ຖື​ພຣະ​ນັ້ນ​ເປັນ​ພຣະ​ຂອງ​ເຂົາ​ຈະ​ອັບ​ອາຍ​ຂາຍ​ຫນ້າ​ແລະ​ເສັຽ​ສັກ​ສີ”
 

 

ໂຢຮັນ 11
23. ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ນາງວ່າ, “ນ້ອງ​ຊາຍ​ຂອງ​ເຈົ້າ​ຈະ​ຄືນ​ມາ​ອີກ”
24. ນາງ​ມາ​ທາ​ທູນ​​ວ່າ, “ຂ້າ​ນ້ອຍ​ກໍ​ຊາບ​ແລ້ວ​ວ່າ ເຂົາ​ຈະ​ເປັນ​ຄືນ​ມາ​ອີກ​ໃນ​ເວ​ລາ​ຄືນມາ ເມື່ອ​ວັນ​ສຸດ​ທ້າຍ​ນັ້ນ”
25. ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ນາງວ່າ, “ເຮົາ​ນີ້​ແຫລະ, ເປັນ​ເຫດ​ໃຫ້​ຄົນ​ທັງ​ປວງ​ເປັນ​ຄືນ​ມາ ທັງ​ເປັນ​ຊີ​ວິດ ຜູ້​ທີ່​ວາງ​ໃຈ​ເຊື່ອໃນ​ເຮົາ ເຖິງ​ແມ່ນ​ວ່າ​ຕາຍ​ໄປ​ແລ້ວ​ກໍ​ຍັງ​ຈະ​ມີ​ຊີ​ວິດ​ຢູ່
26. ແລະ​ທຸກ​ຄົນ​ທີ່​ຍັງ​ມີ​ຊີ​ວິດ​ຢູ່​ແລະ​ວາງ​ໃຈ​ເຊື່ອ​ຢູ່​ໃນ​ເຮົາ​ກໍ​ຈະ​ບໍ່​ຕາຍ​ຈັກ​ເທື່ອ ເຈົ້າ​ເຊື່ອ​ຂໍ້​ນີ້​ຫລື”
27. ມາ​ທາ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ເຊື່ອ​ຢູ່​ແລ້ວ ນາຍ​ເຈົ້າ​ເອີຍ, ຂ້າ​ນ້ອຍ​ເຊື່ອ​ວ່າ​ທ່ານ​ເປັນ​ພຣະ​ຄຣິດ ຄື​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ທີ່​ຕ້ອງ​ສະ​ເດັດ​ມາ​ໃນ​ໂລກ”
28. ເມື່ອ​ທູນ​ດັ່ງ​ນັ້ນ​ແລ້ວ​ນາງ​ຈຶ່ງ​ກັບ​ໄປ​ເອີ້ນ​ມາ​ຣິ​ອາ​ນ້ອງ​ສາວ​ຂອງ​ຕົນ​ໂດຍ​ເວົ້າ​ຄ່ອຍໆ​ວ່າ, “ອາ​ຈານ​ມາ​ແລ້ວ​ແລະ​ເອີ້ນ​ຫາ​ເຈົ້າ”
29. ຄັນ​ມາ​ຣິ​ອາ​ໄດ້​ຍິນ​ແລ້ວ​ນາງ​ກໍ​ລຸກ​ຂຶ້ນ​ໂລດ​ໄປ​ເຝົ້າ​ພຣະ​ອົງ
30. ສ່ວນ​ພຣະ​ເຢ​ຊູ​ບໍ່​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ບ້ານ ແຕ່ຍັງ​ປະ​ທັບ​ຢູ່​ບ່ອນ​ທີ່​ມາ​ທາ​ໄດ້​ພົບ​ພຣະ​ອົງ​ນັ້ນ
31. ເມື່ອ​ພວກ​ຢິວ​ທີ່​ຢູ່​ໃນ​ເຮືອນ​ກັບ​ມາ​ຣິ​ອາ​ກຳ​ລັງ​ເລົ້າ​ໂລມ​ນາງ​ຢູ່ ໄດ້​ເຫັນ​ມາ​ຣິ​ອາ​ຟ້າວ​ລຸກ​ຂຶ້ນ​ອອກ​ໄປ ເຂົາ​ຈຶ່ງ​ຕາມ​ໄປ​ນຶກວ່າ​ນາງ​ຈະ​ໄປ​ຍັງ​ອຸບ​ໂມງ​ເພື່ອ​ຣ້ອງ​ໄຫ້​ຢູ່​ທີ່​ນັ້ນ
32. ຄັນ​ນາງ​ມາ​ເຖິງ​ບ່ອນ​ທີ່​ພຣະ​ເຢ​ຊູ​ປະ​ທັບ​ຢູ່​ແລະ​ເຫັນ​ພຣະ​ອົງ​ແລ້ວ ຈຶ່ງ​ຂາບ​ລົງ​ທີ່​ພຣະ​ບາດ​ຂອງ​ພຣະ​ອົງ​ທູນ​ວ່າ, “ນາຍ​ເຈົ້າ​ເອີຍ, ຖ້າ​ທ່ານ​ຢູ່​ທີ່​ນີ້​ນ້ອງ​ຊາຍ​ຂອງ​ຂ້າ​ນ້ອຍ​ກໍ​ຄົງ​ບໍ່​ຕາຍ”
33. ເມື່ອ​ພຣະ​ເຢ​ຊູ​ຊົງ​ເຫັນ​ນາງ​ຮ້ອງ​ໄຫ້ ແລະ​ພວກ​ຢິວ​ທີ່​ມາ​ກັບ​ນາງ​ກຳ​ລັງ​ຮ້ອງ​ໄຫ້​ເຫມືອນ​ກັນ ພຣະ​ອົງ​ກໍ​ຊົງ​ວຸ້ນ​ວາຍ​ແລະ​ຊົງ​ສະ​ເທືອນ​ພຣະ​ທັຍ
34. ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ວ່າ, “ໄດ້​ເອົາ​ສົບ​ໄປ​ໄວ້​ທີ່​ໃດ” ເຂົາ​ທູນ​ຕອບ​ວ່າ, “ນາຍ​ເຈົ້າ​ເອີຍ, ເຊີນ​ມາ​ເບິ່ງ​ແມ໋”
35. ສ່ວນ​ພຣະ​ເຢ​ຊູ​ຊົງ​ພຣະ​ກັນ​ແສງ
36. ພວກ​ຢິວ​ຈຶ່ງ​ເວົ້າ​ກັນ​ວ່າ, “ເບິ່ງ​ດູ, ທ່ານ​ຮັກ​ລາວ​ພຽງ​ໃດ​ຫນໍ”
37. ແຕ່​ລາງ​ຄົນ​ເວົ້າ​ວ່າ, “ຜູ້​ນີ້​ໄດ້​ເປີດ​ຕາ​ຂອງ​ຄົນ​ຕາ​ບອດ​ນັ້ນ ແລ້ວ​ຈະ​ເຣັດ​ໃຫ້​ຄົນ​ນີ້​ບໍ່​ຕາຍ​ບໍ່​ໄດ້​ຫລື”
38. ພຣະ​ເຢ​ຊູ​ຊົງ​ສະ​ເທືອນ​ພຣະ​ທັຍ​ອີກ​ຈຶ່ງ​ສະ​ເດັດ​ມາ​ເຖິງ​ອຸບ​ໂມງ​ຝັງ​ສົບ ອຸບ​ໂມງ​ນັ້ນ​ເປັນ​ຖ້ຳ​ມີ​ຫີນ​ກ້ອນ​ນຶ່ງວາງ​ອັດ​ປາກ​ໄວ້
39. ພຣະ​ເຢຊູ​ຊົງ​ກ່າວ​ວ່າ, “ຈົ່ງ​ຍົກ​ຫີນ​ອອກ​ເສັຽ” ມາ​ທາ​ເອື້ອຍ​ຂອ​ງຜູ້​ຕາຍ​ນັ້ນ​ທູນ​ວ່າ, “ນາຍ​ເຈົ້າ​ເອີຍ, ປານ​ນີ້​ສົບ​ມີ​ກິ່ນ​ເຫມັນ​ແລ້ວ ເພາະ​ເຂົາ​ຕາຍ​ໄດ້​ສີ່​ວັນ​ແລ້ວ”
40. ພຣະ​ເຢ​ຊູ​ຊົງ​ຕອບ​ນາງວ່າ, “ເຮົາ​ໄດ້​ບອກ​ເຈົ້າ​ແລ້ວ​ບໍ່​ແມ່ນ​ຫລື​ວ່າ ຖ້າ​ເຈົ້າ​ເຊື່ອ​ຄົງ​ຈະ​ໄດ້​ເຫັນ​ ສະ​ງ່າ​ຣາ​ສີ​ຂອງ​ພຣະ​ເຈົ້າ”
41. ດັ່ງ​ນັ້​ນເຂົາ​ຈຶ່ງ​ຍົກ​ຫີນ​ອອກ ຝ່າຍ​ພຣະ​ເຢ​ຊູ​ຊົງ​ເງີຍ​ພຣະ​ພັກ​ຂຶ້ນ​ໂດຍ​ຊົງ​ກ່າວ​ວ່າ, “ໂອ ພຣະ​ບິ​ດາ​ເອີຍ,  ຂ້າ​ພຣະ​ອົງ​ຂອບ​ພຣະ​ຄຸນ​ພຣະ​ອົງ​ເພາະ​ພຣະ​ອົງ​ຊົງ​ໂຜດ​ຟັງ​ຂ້າ​ພຣະ​ອົງ
42. ຂ້າ​ພຣະ​ອົງ​ຊາບ​ວ່າ​ພຣະ​ອົງ​ຊົງ​ຟັງ​ຂ້າ​ພຣະ​ອົງຢູ່ສເມີ ແຕ່​ທີ່​ຂ້າ​ພຣະ​ອົງເວົ້າ​ຢ່າງ​ນີ້​ກໍ​ເພາະ​ເຫັນ​ແກ່​ຄົນ​ທັງ​ຫລາຍ​ທີ່​ຢືນ​ອ້ອມ​ຢູ່​ນີ້ ເພື່ອ​ເຂົາ​ຈະ​ໄດ້​ເຊື່ອ​ວ່າ​ແມ່ນ​ພຣະ​ອົງ​ແຫລະ, ທີ່​ຊົງ​ໃຊ້​ຂ້າ​ພຣະ​ອົງມາ”
43. ເມື່ອ​ຊົງ​ກ່າວ​ຢ່າງ​ນັ້ນ​ແລ້ວ​ພຣະ​ອົງ​ຊົງ​ເປັ່ງ​ພຣະ​ສຸ​ຣະ​ສຽງວ່າ, “ລາ​ຊະ​ໂຣ​ເອີຍ, ຈົ່ງ​ອອກ​ມາ​ເສັຽ”
44. ຜູ້​ຕາຍ​ນັ້ນ​ກໍ​ໄດ້​ອອກ​ມາ ມີ​ຜ້າ​ພັນ​ຕີນ​ແລະ​ມື ແລະ​ມີ​ຜ້າ​ປົກ​ຫນ້າ​ໄວ້ ແລ້ວ​ພຣະ​ເຢ​ຊູ​ຈຶ່​ງຊົງ​ບອກ​ເຂົາ​ວ່າ, “ຈົ່ງ​ແກ້​ປ່ອຍ​ໃຫ້​ເຂົາ​ໄປ​ເສັຽ”
45. ເຫດ​ສັນ​ນັ້ນ​ພວກ​ຢິວ​ຫລາຍ​ທີ່​ໄດ້​ມາ​ຫາ​ມາ​ຣິ​ອາ​ແລະ​ໄດ້​ເຫັນ​ການ​ທີ່​ພຣະ​ເຢ​ຊູ​ຊົງ​ເຣັດ​ນັ້ນ ກໍ​ວາງ​ໃຈ​ເຊື່ອ​ໃນ​ພຣະ​ອົງ
 
 
 

ເຮັບເຣີ 9
27. ມະ​ນຸດ​ຖືກ​ຊົງ​ກຳ​ນົດ​ໄວ້​ແລ້ວ​ວ່າ​ຈະ​ຕ້ອງ​ຕາຍ​ເທື່ອ​ດຽວ ແລະ​ຫລັງ​ຈາກ​ນັ້ນ​ຈະ​ມີ​ກາ​ນຊົງ​ພິ​ພາກ​ສາ​ສັນ​ໃດ
28. ພຣະ​ຄຣິດ​ກໍ​ສັນ​ນັ້ນ ຄື​ພຣະ​ອົງ​ຊົງ​ຖວາຍ​ພຣະ​ອົງ​ເອງ​ເປັນ​ເຄື່ອງ​ບູ​ຊາ​ເທື່ອ​ດຽວ ເພື່ອ​ແບກ​ບາບ​ຂອງ​ຄົນ​ຈຳ​ນວນ​ຫລາຍ​ໄວ້ ພຣະ​ອົງ​ຈະ​ຊົງ​ປາ​ກົດ​ເປັນ​ເທື່ອ​ທີ່​ສອງ ໂດຍ​ບໍ່​ກ່ຽວ​ກັບ​ບາບ​ ແຕ່​ເພື່ອ​ໂຜດ​ບັນ​ດາ​ຜູ້​ທີ່​ລໍ​ຄອຍ​ພຣະ​ອົງ​ດ້ວຍ​ໃຈ​ຮ້ອນ​ຮົນ ໃຫ້​ໄດ້​ຮັບ​ຄວາມ​ພົ້ນ


 
 
 
 
ໂຢຮັນ 3
16. ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ຮັກ​ໂລກ​ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ ເພື່ອ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະ​ບຸດ​ນັ້ນ​ຈະ​ບໍ່​ຈິບ​ຫາຍ​ ແຕ່​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ
17. ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ໃຊ້​ພຣະ​ບຸດ​ຂອງ​ພຣະ​ອົງ​ເຂົ້າ​ມາ​ໃນ​ໂລກ ບໍ່​ແມ່ນ​ຈະ​ຕັດ​ສິນ​ລົງ​ໂທດມະ​ນຸ​ສ​ໂລກ ແຕ່​ເພື່ອ​ມະ​ນຸ​ສ​ໂລກ​ຈະ​ພົ້ນ​ໄດ້​ດ້ວຍ​ພຣະ​ບຸດນັ້ນ
18. ຜູ້​ທີ່​ວາງ​ໃຈ​ໃນ​ພຣະ​ບຸດ​ກໍ​ບໍ່​ຖືກ​ຕັດ​ສິນ​ລົງ​ໂທດ ແຕ່​ຜູ້​ທີ່​ບໍ່​ວາງ​ໃຈ​ກໍ​ໄດ້​ຖືກ​ຕັດ​ສິນ​ລົງ​ໂທດ​ແລ້ວ ເພາະ​ບໍ່​ໄດ້​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ເຈົ້າ
 
 
 
 
 
 
ໂຢຮັນ 9
35. ແລ້ວ​ເຂົາ​ຈຶ່ງ​ໄລ່​ຄົນ​ນັ້ນ​ອອກ​ເສັຽ ພຣະ​ເຢ​ຊູ​ຊົງ​ໄດ້​ຍິນ​ວ່າ​ເຂົາ​ໄດ້​ໄລ່​ຄົນ​ນັ້ນ​ອອກ​ແລ້ວ ແລະ​ເມື່ອ​ພຣະ​ອົງ​ຊົງ​ພົບ​ເຂົາ ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ເຈົ້າ​ໄດ້​ວາງ​ໃຈ​ໃນ​ບຸດ​ມະ​ນຸດ​ຫລື”
36. ຊາຍ​ຄົນ​ນັ້ນ​ທູນ​ຕອບ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ບຸດ​ມະ​ນຸດ​ນັ້​ນ​ຄື​ຜູ້​ໃດ ເພື່ອ​ຂ້າ​ນ້ອຍ​ຈະ​ວາງ​ໃຈ​ໃນ​ທ່ານ”
37. ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຈົ້າ​ໄດ້​ເຫັນ​ທ່ານ​ແລ້ວ ຄື​ຜູ້​ນັ້ນ​ແຫລະ, ທີ່​ກຳ​ລັງ​ເວົ້າ​ຢູ່​ກັບ​ເຈົ້າ”
38. ເຂົາ​ຈຶ່ງ​ທູນ​ວ່າ, “ນາຍ​ເຈົ້າເອີຍ, ຂ້າ​ນ້ອຍ​ວາງ​ໃຈ​ເຊື່ອ​ແລ້ວ” ເຂົາ​ຈຶ່ງ​ຂາບ​ລົງ​ໄຫວ້​ພຣະ​ອົງ
 
 
 
 
 
ມັດທາຍ 28
16. ແຕ່​ພວກ​ສາ​ວົກ​ສິບ​ເອັດ​ຄົນ​ນັ້ນ​ໄດ້​ໄປ​ຍັງ​ແຂວງ​ຄາ​ລີ​ເລ ເຖິງ​ພູທີ່​ພຣະ​ເຢ​ຊູ​ໄດ້​ຊົງ​ກຳ​ນົດ​ໄວ້​ກັບ​ເຂົາ
17. ເມື່ອ​ເຂົາ​ເຫັນ​ພຣະ​ອົງ​ແລ້ວ​ຈຶ່ງ​ຂາບ​ໄຫວ້​ນະ​ມັ​ສ​ການ ແຕ່​ລາງ​ຄົນ​ຍັງ​ສົງ​ສັຍ​ຢູ່
18. ພຣະ​ເຢ​ຊູ​ຈຶ່ງ​ສະ​ເດັດ​ມາ​ໃກ້​ແລ້ວ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ອຳ​ນາດ​ທັງ​ຫມົດ​ໃນ​ສວັນ​ແລະ​ທີ່​ແຜ່ນ​ດິນ​ໂລກ​ກໍ​ດີ ຊົງ​ມອບ​ໃຫ້​ແກ່​ເຮົາ​ແລ້ວ
19. ເຫດ​ສັນ​ນັ້ນ​ພວກ​ທ່ານ​ຈົ່ງ​ໄປ ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກ​ສິດ ໃຫ້​ເຂົາ​ຣັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ນາມ​ແຫ່ງ​ພຣະ​ບິ​ດາ ພຣະ​ບຸດ ແລະ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ
20. ສັ່ງ​ສອນ​ເຂົາ​ໃຫ້​ຖື​ຮັກ​ສາ​ສາ​ຣະ​ພັດ​ຊຶ່ງ​ເຮົາ​ໄດ້​ສັ່ງ​ພວກ​ເຈົ້າ​ໄວ້​ ແລ້ວ​ນັ້ນ ນີ້​ແຫລະ, ເຮົາ​ຢູ່​ກັບ​ທ່ານ​ທັງ​ຫລາຍ​ທຸກໆ ວັນ​ຈົນ​ຫມົດ​ກັບ”

 
 

ມາຣະໂກ 16
14. ພາຍ​ຫ​ລັງ, ພຣະ​ອົງ​ຊົງ​ປາ​ກົດ​ແກ່​ສາ​ວົກ​ສິບ​ເອັດ​ຄົນ​ນັ້ນ ເມື່ອ​ເຂົາ​ນັ່ງ​ຮັບ​ປະ​ທານ​ອາ​ຫານ​ຢູ່ ພຣະ​ອົງ​ຊົງ​ຕິ​ຕຽນ​ເຂົາ ເພາະ​ເຂົາ​ສົງ​ໄສ​ແລະ​ມີ​ໃຈ​ແຂງ​ກະ​ດ້າງ ດ້ວຍ​ເຫດ​ທີ່​ເຂົາ​ບໍ່​ໄດ້​ເຊື່ອ​ພວກ​ຄົນ​ທີ່​ໄດ້​ເຫັນ​ພຣະ​ອົງ​ເມື່ອ​ພຣະ​ ອົງ​ຊົງ​ເປັນ​ຄືນ​ມາ​ແລ້ວ
15. ຝ່າຍ​ພຣະ​ອົງ​ຊົງ​ສັ່ງ​ພວກ​ສາ​ວົກ​ວ່າ, “ທ່ານ​ທັງ​ຫລາຍ​ຈົ່ງ​ໄປທົ່ວ​ໂລກ ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ມະ​ນຸ​ສ​ໂລກ​ທັງ​ຫມົດ
16. ຜູ້ທີ່​ເຊື່ອ ແລະ​ຮັບ​ບັບ​ຕິ​ສະ​ມາ​ແລ້ວ​ຈະ​ໄດ້​ພົ້ນ ແຕ່​ຜູ້​ທີ່​ບໍ່​ເຊື່ອ​ຈະ​ຖືກ​ໂທດ
 
 
 
ພຣະນິມິດ 21
8.  ແຕ່​ສ່ວນ​ຄົນ​ຂີ້​ໂຍ່ຍ ຄົນ​ບໍ່​ເຊື່ອ ຄົນ​ທີ່​ເຮັດ​ການ​ຫນ້າ​ກຽດ​ຫນ້າ ​ຊັງ ຄົນ​ຄາ​ຕ​ກັມ ຄົນ​ລ່ວງ​ຜິດ​ຊາຍ​ຍິງ ຄົນ​ໃຊ້​ເວດ​ມົນ​ຄາ​ຖາ ຄົນ​ໄຫວ້​ພຣະ​ທຽມ ແລະ​ຄົນ​ຂີ້​ຕົວະ​ທຸກ​ຄົນ​ນັ້ນ ມໍ​ຣະ​ດົກ​ຂອງ​ເຂົາ​ຈະຢູ່​ໃນ​ບຶງ​ທີ່​ໄຫມ້​ຢູ່​ດ້ວຍ​ໄຟ​ປົນ​ກັບ​ມາດ ຊຶ່ງ​ເປັນ​ຄວາມ​ຕາຍ​ຄັ້ງ​ທີ່​ສອງ”
 
 

 

 



- ພະຄໍາພີໄດ້ (ພະສັນຍາໃໝ່) - ພະຄໍາພີໄດ້ (ພະສັນຍາເດີມ)  (download)
http://ge.tt/93mWfbB      

- ພະຄໍາພີໄດ້ (ພະສັນຍາໃໝ່) - ພະຄໍາພີໄດ້ (ພະສັນຍາເດີມ)  (online + download)
http://ge.tt/5hAyoxZ

- ພະຄໍາພີໄດ້ (ພະສັນຍາໃໝ່) - mp3 - (download)
http://ge.tt/5hAyoxZ

 
 
 
 

 
 
 
 
ລູກາ 24
1. ແຕ່​ຮຸ່ງ​ເຊົ້າ​ວັນ​ຕົ້ນ​ສັ​ປ​ດາ ຜູ້​ຍິງ​ເຫລົ່າ​ນັ້ນ​ໄດ້​ນຳ​ເອົາ​ເຄື່ອງ​ຫອມ​ທີ່​ຈັດ​ໄວ້​ນັ້ນ​ມາ​ເຖິງ​ອຸບ​ໂມງ
2. ແລະ​ເຂົາ​ໄດ້​ເຫັນ​ກ້ອນ​ຫີນນັ້ນ​ກຶ່ງ​ອອກ​ຈາກ​ປາກ​ອຸບໂມງ​ແລ້ວ​ລ
3. ເມື່ອ​ເຂົ້າ​ໄປ​ທັງ​ໃນ​ແລ້ວ​ເຂົາ​ກໍ​ບໍ່​ເຫັນ​ພຣະ​ສົບ
4. ເມື່ອ​ເຂົາ​ກຳ​ລັງ​ຄຶດ​ສ​ງົນ​ສົນ​ເທ​ດ້ວຍ​ເຫດ​ການ​ນັ້ນ ເບິ່ງ​ແມ໋, ມີ​ຊາຍ​ສອງ​ຄົນ​ຢືນ​ຢູ່ໃກ້​ເຂົາ ນຸ່ງ​ເຄື່ອງ​ອັນ​ງົດ​ງາມ​ຈົນ​ເຫລື້ອມ​ຕາ
5. ຝ່າຍ​ແມ່ຍິງ​ເຫລົ່າ​ນັ້ນ​ກໍ​ຢ້ານ​ແລະ​ກົ້ມ​ຫນ້າ​ລົງ​ເຖິງ​ດິນ ສອງ​ຄົນ​ນັ້ນ​ໄດ້​ຖາມ​ເຂົາ​ວ່າ, “ພວກ​ນາງ​ຊອກ​ຄົນ​ເປັນ​ໃນ​ຫມູ່​ຄົນ​ຕາຍ​ເຮັດ​ຫຍັງ
6. (ພຣະ​ອົງ​ບໍ່​ປະ​ທັບ​ຢູ່​ທີ່​ນີ້ ແຕ່​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ແລ້ວ) ຈົ່ງ​ລະ​ນຶກ​ເຖິງ​ຄຳ​ທີ່​ພຣະ​ອົງ​ຊົງ​ກ່າວ​ກັ​ບ​ທ່ານ​ທັງ​ຫລາຍ ເມື່ອ​ພຣະ​ອົງ​ຍັງ​ຢູ່​ໃນ​ແຂວງ​ຄາ​ລີ​ເລ​ນັ້ນ
7. ວ່າບຸດ​ມະ​ນຸດ​ຈະ​ຕ້ອງ​ຖືກມອບໄວ້​ໃນ​ມື​ຄົນ​ບາບ ຈະ​ຖືກ​ຄຶ​ງໄວ້​ທີ່​ໄມ້​ກາງ​ແຂນ ແລ​ໃນ​ວັນ​ຖ້ວນ​ສາມ​ກໍ​ຈະ​ຄືນ​ມາ​ອີກ”
8. ແມ່​ຍິງ​ເຫລົ່າ​ນັ້ນ​ໄດ້​ລະ​ນຶກ​ເຖິງ​ຖ້ອຍ​ຄຳ​ຂອງ​ພຣະ​ອົງ
9. ແລະ​ເມື່ອ​ໄດ້​ກັບ​ໄປ​ຈາກ​ອຸບ​ໂມງ​ແລ້ວ ເຂົາ​ໄດ້​ບອກ​ເຫດ​ການ​ທັງ​ປວງ​ນັ້ນ​ແກ່​ພວກ​ສິບ​ເອັດ​ຄົນ​ນັ້ນ​ແລະ​ຄົນ​ອື່ນໆ​ເຫມືອນ​ກັນ
10. ຜູ້​ທີ່​ໄດ້​ບອກ​ເຫດ​ການ​ນັ້ນ​ແກ່​ພວກ​ອັ​ຄ​ສາ​ວົກ ຄື​ມາ​ຣິ​ອາ​ມັກ​ດາ​ລາ ໂຢ​ຮັນ​ນາ ມາ​ຣິ​ອາ​ແມ່​ຂອງ​ຢາ​ໂກ​ໂບ ພ້ອມ​ດ້ວຍ​ຜູ້ອື່ນໆທີ່​ຢູ່​ກັບ​ເຂົາ
11. ຝ່າຍ​ພວກ​ອັ​ຄ​ສາ​ວົກ​ບໍ່​ເຊື່ອ​ຄຳ​ເວົ້າ​ຂອງ​ພວກ​ຜູ້​ຍິງ ເພາະ​ຖື​ວ່າ​ເປັນ​ຄຳ​ເວົ້າ​ເປົ່າໆ
12. (ແຕ່​ເປ​ໂຕ​ໄດ້ລຸກ​ຂຶ້ນ​ແລ່ນ​ມາ​ຍັງ​ອຸບ​ໂມງ ເມື່ອ​ກົ້ມ​ລົງ​ກໍ​ເຫັນ​ແຕ່​ຜ້າ​ຫໍ່​ເທົ່າ​ນັ້ນ ຈຶ່ງກັບ​ໄປ​ດ້ວຍ​ຄຶດ​ປ​ລາດ​ໃຈ​ເຖິງ​ເຫດ​ການ​ຊຶ່ງ​ເກີດ​ຂຶ້ນນັ້ນ)
13. ແລະ​ເບິ່ງ​ແມ໋, ໃນ​ວັນ​ດຽວ​ກັນ​ນັ້ນ​ຍັງ​ມີ​ສາ​ວົກ​ສອງ​ຄົນ​ກຳ​ລັງ​ໄປ​ບ້ານ​ເອ​ມມາ​ອູດ ຊຶ່ງ​ໄກ​ຈາກກຸງ​ເຢ​ຣູ​ຊາ​ເລັມ​ປະ​ມານ​ຫົກ​ພັນ​ວາ
14. ເຂົາ​ທັງ​ສອງ​ໄດ້​ສົນ​ທະ​ນາ​ກັນ​ເຖິງ​ເຫດ​ການ​ທີ່​ເກີດ​ຂຶ້ນ​ນັ້ນ​
15. ເມື່ອ​ເຂົາ​ກຳ​ລັງ​ສົນ​ທະ​ນາ​ໄຕ່​ຖາມ​ກັນ​ຢູ່ ພຣະ​ເຢ​ຊູ​ກໍ​ສະ​ເດັດ​ເຂົ້າ​ມາ​ໃກ້​ເຂົາ ແລ້ວ​ໄດ້​ສະ​ເດັດ​ຮ່ວມ​ທາງ​ກັບ​ເຂົາ​ໄປ
16. ແຕ່​ຕາ​ຂອງ​ເຂົາ​ໄດ້​ຖືກ​ຊົງ​ບັງ​ລັບ​ໄວ້ ເພື່ອ​ບໍ່​ໃຫ້​ເຂົາ​ຮູ້​ຈັກ​ພຣະ​ອົງ
17. ພຣະ​ອົງ​ຊົງ​ຖາມ​ເຂົາ​ວ່າ, “ເມື່ອ​ມາ​ຕາມ​ທາງ​ພວກ​ທ່ານ​ໄຕ່​ຖາມ​ກັນ​ເຖິງ​ເຣື່ອງ​ໃດ” ແລະ​ເຂົາ​ໄດ້ຢຸດ​ຢືນ​ຢູ່​ດ້ວຍ​ຫນ້າ​ໂສກ​ເສົ້າ
18. ແລ້ວ​ຄົນ​ນຶ່ງ​ຊື່​ກະ​ໂລ​ປາ ໄດ້​ທູນ​ຖາມ​ພຣະ​ອົງ​ວ່າ, “ໃນ​ບັນ​ດາ​ແຂກ​ເມືອງ​ທີ່​ມາ​ອາ​ສັຍ​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ມີ​ແຕ່​ທ່ານ​ຜູ້​ດຽວ​ຫລື ທີ່​ບໍ່​ຮູ້​ເຫດ​ການ​ຊຶ່ງ​ເກີດ​ຂຶ້ນ​ທີ່​ນັ້ນ​ລະ​ຫວ່າງວັນ​ເຫລົ່າ​ນີ້”
19. ພຣະ​ອົງ​ຊົງ​ຖາມ​ເຂົາ​ວ່າ, “ເຫດ​ການ​ອັນ​ໃດ” ເຂົາ​ທູນ​ຕອບ​ວ່າ, “ເຣື່ອງ​ເຢ​ຊູ​ໄທ​ນາ​ຊາ​ເຣັດ​ທີ່​ສະ​ແດງ​ຕົວ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ປະ​ກອບ​ດ້ວຍ​ຣິດ​ເດດ ໃນ​ກິ​ຈ​ການ​ແລະ​ໃນ​ຖ້ອຍ​ຄຳ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ແລະ​ຕໍ່​ຫນ້າ​ພົ​ລ​ເມືອງ​ທັງ​ຫມົດ
20. ຄື​ຜູ້​ທີ່​ພວ​ກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ເຈົ້າ​ນາຍ​ຂອງ​ເຮົາ ໄດ້​ມອບ​ທ່ານ​ໄວ້​ໃຫ້​ຕັດ​ສິນ​ລົງ​ໂທດ​ເຖິງ​ຕາຍ ແລະ​ໄດ້​ຄຶງ​ໄວ້​ທີ່​ໄມ້​ກາງແຂນ
21. ແຕ່​ເຮົາ​ທັງ​ຫລາຍ​ຫວັງ​ໃຈ​ວ່າ ຈະ​ແມ່ນ​ທ່ານ​ຜູ້​ນີ້​ແຫລະ, ທີ່​ຈະ​ໄຖ່​ຊົນ​ຊາດ​ອິສ​ຣາ​ເອນ​ໃຫ້​ພົ້ນ ຫລາຍກວ່າ​ນັ້ນ​ອີກ, ວັນ​ນີ້​ເປັນ​ວັນ​ຖ້ວນ​ສາມ​ຕັ້ງ​ແຕ່​ເຫດ​ການ​ນັ້ນ​ເກີດ​ຂຶ້ນ
22. ມີ​ແມ່​ຍິງ​ລາງ​ຄົນ​ໃນ​ພວກ​ເຮົາ​ໄດ້​ໄປ​ເຖິງ​ອຸບ​ໂມງ​ແຕ່​ຮຸ່ງ​ເຊົ້າ ເຂົາ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ປ​ລາດ​ໃຈ​ຫລາຍ
23. ຄື​ເຂົາ​ບໍ່​ໄດ້​ເຫັນ​ສົບ​ຂອງ​ທ່ານ ຈຶ່ງ​ມາບອກວ່າ​ໄດ້​ເຫັນ​ນິ​ມິດ​ເປັນ​ເທວະ​ດາ ແລະ​ເທວະ​ດາ​ໄດ້​ບອກວ່າ​ທ່ານ​ມີ​ຊີ​ວິດ​ຢູ່
24. ບາງ​ຄົນ​ທີ່​ຢູ່​ກັບ​ພວກ​ເຮົາ​ກໍ​ໄດ້​ໄປ​ເຖິງ​ອຸບ​ໂມງ ແລະ​ໄດ້​ພົບ​ເຫມືອນ​ພວກ​ແມ່​ຍິງ​ນັ້ນ​ໄດ້​ບອກ ແຕ່​ທ່ານ​ຜູ້​ນັ້ນ​ເຂົາ​ບໍ່​ໄດ້​ເຫັນ”
25. ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່​ສອງ​ຄົນ​ນັ້ນ​ວ່າ, “ໂອ ຄົນ​ໂງ່, ຜູ້​ມີ​ໃຈ​ເສີຍ​ຊ້າ​ໃນ​ກາຍ​ເຊື່ອ​ບັນ​ດາ​ຖ້ອຍ​ຄຳ ຊຶ່ງ​ພວກຜູ້​ປະ​ກາດ​ພຣະ​ທັມ​ໄດ້​ກ່າວ​ໄວ້​ນັ້ນ
26. ຈຳ​ເປັນ​ທີ່​ພຣະ​ຄຣິດ​ຈະ​ຕ້ອງ​ທົນ​ທຸກ​ທໍ​ຣະມານ​ຢ່າງ​ນັ້ນ ແລ້ວ​ເຂົ້າ​ໄປ​ໃນ​ໃນ​ຣັສ​ມີ​ຂອງ​ພຣະ​ອົງ ບໍ່​ແມ່ນ​ຫລື”
27. ພຣະ​ອົງ​ຈຶ່ງ​ຊົງ​ອະ​ທິ​ບາຍ​ພຣະ​ຄັມ​ພີ​ທັງ​ຫມົດ​ທີ່​ກ່ຽວ​ກັບ​ພຣະ​ອົງ​ເອງ​ໃຫ້​ເຂົາ​ຟັງ ຕັ້ງ​ແຕ່​ໂມ​ເຊ​ແລະ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ
28. ເມື່ອ​ເຂົາ​ມາ​ໃຫ້​ບ້ານ​ທີ່​ຈະ​ໄປ​ນັ້ນ ພຣະ​ອົງ​ຊົງ​ເຮັດ​ເຫມືອນ​ກັບ​ວ່າ​ຈະ​ສະ​ເດັດ​ເລີຍ​ໄປ
29. ແຕ່​ເຂົາ​ທັງ​ສອງ​ໄດ້​ຫນ່ວງ​ຫນ່ຽວ​ທູນ​ພຣະ​ອົງ​ວ່າ, “ເຊີນ​ທ່ານ​ມາ​ພັກ​ເຊົາ​ຢູ່​ກັບ​ເຮົາ ເພາະ​ວ່າ​ເວ​ລາ​ກໍ​ຈວນ​ຈະ​ຄ່ຳ​ແລ້ວ ແລະ​ວັນ​ກໍ​ລ່ວງ​ໄປ​ຫລາຍ​ແລ້ວ”
30. ຢູ່​ມາ​ເມື່ອ​ຊົງ​ນັ່ງ​ໂຕະ​ຮ່ວ​ມ​ເຂົາ ພຣະ​ອົງ​ຊົງ​ຈັບ​ເອົາ​ເຂົ້າ​ຈີ່​ມາ​ໂມ​ທະ​ນາ​ພຣະ​ຄຸນ ແລ້ວ​ຊົງ​ຫັກ​ຍື່ນ​ໃຫ້​ເຂົາ
31. ແລະ​ຕາ​ຂອງ​ເຂົາ​ກໍ​ຖືກ​ຊົງ​ປືດ​ອອກ ແລ້ວ​ພຣະ​ອົງ​ກໍ​ຊົງ​ຫາຍ​ໄປ​ຈາກ​ເຂົາ​ເສັຽ
32. ເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, “ເມື່ອ​ພຣະ​ອົງ​ຊົງ​ເວົ້າ​ນຳ​ເຮົາ​ຕາມ​ທາງ ແລະ​ໄດ້​ຊົງ​ອະ​ທິ​ບາຍ​ພຣະ​ຄັມ​ພີ​ໃຫ້​ເຮົາ​ຟັງ​ນັ້ນ ໃຈ​ຂອງ​ເຮົາ​ກໍ​ຮ້ອນ​ຮົນ​ເຫມືອນ​ໄຟ​ພາຍ​ໃນ​ເຮົາ ບໍ່​ແມ່ນ​ຫລື”
33. ໃນ​ໂມງ​ນັ້ນ​ເຂົາ​ທັງ​ສອງ​ກໍ​ລຸກ​ຂຶ້ນ​ກັບ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ໄດ້​ພົບ​ສິບ​ເອັດ​ຄົນ​ນັ້ນ​ຊຸມ​ນຸມ​ກັນ​ຢູ່​ພ້ອມກັບ​ພັກ​ພວກ
34. ກຳ​ລັງ​ເວົ້າ​ກັນ​ວ່າ, “ແມ່ນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ຄືນ​ມາ​ແນ່​ແທ້ ແລະ​ໄດ້​ຊົງ​ປາ​ກົດ​ແກ່​ຊີ​ໂມນ”
35. ຝ່າຍ​ສອງ​ຄົນ​ນັ້ນ​ໄດ້​ເລົ່າ​ຍັງ​ເຫດ​ການ​ທີ່​ໄດ້​ເກີດ​ຂຶ້ນ​ຕາມ​ທາງ ແລະ​ການ​ທີ່​ພຣະ​ອົງ​ໄດ້​ຊົງ​ເຣັດ​ໃຫ້​ເຂົາ​ຮູ້​ຈັກ​ພຣະ​ອົງ​ເອງ​ໂດຍ​ການ​ຊົງ​ຫັກ​ເຂົ້າ​ຈີ່​ນັ້ນ”
36. ເມື່ອ​ເຂົາ​ທັງ​ສອງ​ກຳ​ລັງ​ເລົ່າ​ເຫດ​ການ​ທັງ​ປວງ​ນັ້ນ​ຢູ່ ອົງ​ພຣະ​ເຢ​ຊູ​ໄດ້​ຊົງ​ຢືນ​ຢູ່​ຖ້າມ​ກາງ​ເຂົາ (ໂດຍ​ຊົງ​ກ່າວ​ວ່າ, “ສັນ​ຕິ​ສຸກ​ຈົ່ງ​ມີ​ແກ່​ທ່ານ​ທັງ​ຫລາຍ”)
37. ຝ່າຍ​ເຂົາ​ກໍ​ຢ້ານ​ສະດຸ້ງ​ຕົກ​ໃຈໂດຍ​ຄຶດ​ວ່າ​ເຫັນ​ຜີ
38. ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ວຸ້ນ​ວາຍ​ເຮັດ​ຫຍັງ ດ້ວຍ​ເຫດ​ໃດ​ຄວາມ​ຄຶດ​ສະ​ງົນ​ສົນ​ເທ​ຈຶ່ງ​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ພວກ​ທ່ານ
39. ຈົ່ງ​ເບິ່ງ​ມື​ແລະ​ຕີນ​ຂອງ​ເຮົາ​ວ່າ​ແມ່ນ​ເຮົາ​ເອງ ຈົ່ງ​ຄຳ​ເບິ່ງ​ຕົວ​ເຮົາ ເພາະ​ວ່າ​ຜີ​ບໍ່​ມີ​ເນື້ອ​ບໍ່​ມີ​ດູກ​ເຫມືອນ​ກັບ​ທ່ານ​ເຫັນ​ເຮົາ​ມີ​ຢູ່​ນີ້”
40. ເມື່ອ​ຊົງ​ກ່າວ​ດັ່ງ​ນັ້ນ​ແລ້ວ ພຣະ​ອົງ​ກໍ​ຊົງ​ສະ​ແດງພຣະ​ຫັດ​ແລະ​ພຣະ​ບາດ​ໃຫ້​ເຂົາ​ເຫັນ
41. ເມື່ອ​ເຂົາ​ຍັງ​ບໍ່​ວາງ​ໃຈ​ເຊື່ອ​ເພາະ​ຄວາມ​ຍິນ​ດີ​ແລະປ​ລາດ​ໃຈ​ຢູ່ ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ທີ່​ນີ້​ພວກ​ທ່ານ​ມີ​ຫຍັງ​ກິນ​ແດ່​ຫລື”
42. ແລະ​ເຂົາ​ກໍ​ເອົາ​ປາ​ປິ້ງ​ຕ່ອນ​ນຶ່ງ​ມາ​ຖວາຍ​ພຣະ​ອົງ
43. ພຣະ​ອົງ​ຊົງ​ຮັບ​ມາ​ສ​ເວີຍ​ຕໍ່​ຫນ້າ​ເຂົາ
44. ພຣະ​ອົງຊົງ​ກ່າວ​ແກ່​ເຂົາ​ວ່າ, “ນີ້​ແຫລະ, ຄື​ຖ້ອຍ​ຄຳ​ຂອງ​ເຮົາ ຊຶ່ງ​ເຮົາ​ໄດ້​ບອກ​ໄວ້​ແກ່​ທ່ານ​ທັງ​ຫລາຍ ເມື່ອ​ເຮົາ​ຍັງ​ຢູ່​ກັບ​ພວກ​ທ່ານ​ວ່າ​ບັນ​ດາ​ຄຳ​ທີ່​ຂຽນ​ໄວ້​ເຖິງ​ເຮົາ​ໃນ​ບັນ​ຍັດຂອງ​ໂມ​ເຊ ໃນ​ຄັມ​ພີ​ຂອງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ໃນ​ຄັມ​ພີ​ເພງ​ສັຣ​ເສີນ​ນັ້ນ​ຈຳ​ເປັນ​ຈະ​ຕ້ອ​ງສຳ​ເຣັດ”
45. ເມື່ອ​ນັ້ນ​ພຣະ​ອົງ​ໄດ້​ຊົງ​ບັນ​ດົນ​ຈິດ​ໃຈ​ຂອງ​ເຂົາ ເພື່ອ​ໃຫ້​ເຂົາ​ເຂົ້າ​ໃຈ​ພຣະ​ຄັມ​ພີ
46. ພຣະ​ອົງ​ຊົງ​ກ່າວແກ່​ເຂົາ​ວ່າ, “ມີ​ຄຳ​ຂຽນ​ໄວ້​ຢ່າງ​ນີ້ ພຣະ​ຄຣິດ​ຈະ​ຕ້ອ​ງຊົງ​ທົນ​ທຸກ​ທໍ​ຣະ​ມານ ແລະ​ຊົງ​ເປັນ​ຄືນ​ມາ​ຈາກ​ຕາຍ​ໃນ​ວັນ​ຖ້ວນ​ສາມ
47. ແລະ​ຈະ​ຕ້ອງ​ປະ​ກາດ​ທົ່ວ​ທຸກ​ປະ​ເທດ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ໃຫ້​ຖິ້​ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່​ຣັບ​ການ​ຍົກ​ບາບ​ໂທດ ຕັ້ງ​ແຕ່​ກຸງ​ເຢ​ຣູ​ຊາ​ເລັມ​ໄປ
48. ຝ່າຍ​ທ່ານ​ທັງ​ຫລາຍ​ເປັນ​ພຍານ​ໃນການ​ທັງ​ຫລາຍ​ນັ້ນ
49. ແລະ​ເບິ່ງ​ແມ໋, ອັນ​ທີ່​ພຣະ​ບິ​ດາ​ຂອງ​ເຮົາ​ໄດ້​ຊົງ​ສັນ​ຍາ​ໄວ້​ນັ້ນ ເຮົາ​ກໍ​ໃຊ້​ມາ​ເທິງ​ທ່ານ​ທັງ​ຫລາຍ ແຕ່​ຝ່າຍ​ພວກ​ທ່ານ​ຈົ່ງ​ຄອຍ​ຢູ່​ໃນ​ກຸງ ຈົນ​ກວ່າ​ພວກ​ທ່ານ​ຈະ​ໄດ້​ປະ​ກອບ​ດ້ວຍ​ຣິດ​ເດດ​ທີ່​ມາ​ຈາກ​ເບື້ອງ​ເທິງ”
50. ພຣະ​ອົງ​ຈຶ່ງ​ຊົງ​ພາເຂົາ​ອອກ​ໄປ​ເຖິ​ງບ້ານ​ເບັດ​ທາ​ເນັຽ ແລະ​ຊົງ​ຍົກ​ພຣະ​ຫັດ​ອວຍ​ພອນ​ເຂົາ
51 ເມື່ອ​ຊົງ​ອວຍ​ພອນ​ຢູ່​ນັ້ນ ພຣະ​ອົງ​ໄດ້​ສະ​ເດັດ​ຈາກ​ເຂົາ​ໄປ (ແລະ​ຊົງຖືກ​ຮັບ​ຂຶ້ນ​ໄປ​ສູ່​ສວັນ)
52. ສ່ວນ​ເຂົາ (ເມື່ອ​ຂາບ​ລົງ​ນະ​ມັ​ສ​ການ​ພຣະ​ອົງ​ແລ້ວ) ກໍ​ກັບ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ດ້ວຍ​ຄວາມ​ຍິນ​ດີ​ຫລາຍ
53. ແລະ​ທຸກໆ​ວັນ​ເຂົາ​ທັງ​ຫລາຍ​ໄດ້​ຢູ່​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ສັຣ​ເສີນ​ໂມ​ທະ​ນາ​ພຣະ​ຄຸນ​ຂອງ​ພຣະເຈົ້າ
 
 
 
 
ໂຣມ  10
9.   ຄື​ວ່າ​ຖ້າ​ເຈົ້າ​ຈະ​ຮັບ​ດ້ວຍ​ປາກ​ຂອງ​ເຈົ້າ​ວ່າ, “ພຣະ​ເຢ​ຊູ​ຊົງ​ເປັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ” ແລະ​ເຊື່ອ​ໃນ​ຈິດ​ໃຈ​ວ່າ ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ບັນ​ດານ​ໃຫ້​ພຣະ​ອົງ​ຊົງ​ຄືນ​ຂຶ້ນ​ມາ​ຈາກ​ຕາຍ​ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ພົ້ນ
 
 
 
 
 
ມັດທາຍ 5
11. ເມື່ອ​ເຂົາ​ຈະ​ຕິ​ຕຽນ​ຂົ່ມ​ເຫັງ​ນິນ​ທາ​ວ່າ​ຮ້າຍ​ທ່າ​ນ​ທັງ​ຫລາຍ ເປັນ​ຄວາມ​ບໍ່​ຈິງ​ທຸກ​ຢ່າງ ເພາະ​ເຫັນ​ແກ່​ເຮົາ ພວກ​ທ່ານ​ກໍ​ເປັນ​ສຸກ
12. ຈົ່ງ​ຊົມ​ຊື່ນ​ຍິນ​ດີ ເພາະ​ວ່າ​ບຳ​ເຫນັດ​ຂອງ​ທ່ານ​ທັງ​ຫລາຍ​ມີ​ບໍ​ຣິ​ບູນ​ໃນ​ສວັນ ເຫມືອນ​ດັ່ງ​ນັ້ນ​ແຫລະ, ເຂົາ​ໄດ້​ຂົ່ມ​ເຫັງ​ຜູ້​ປະ​ກາດ​ພຣະ​ທັມ​ທີ່​ຢູ່​ກ່ອນ​ທ່ານ​ທັງ​ຫລາຍ
 
 
 

 


 


ຄຳຖາມ: ພຣະເຍຊູຄຣີດສແມ່ນໃຜ?
http://www.gotquestions.org/
Lao/Lao-who-Jesus.html


 




ມາຣະໂກ 14
61. ແຕ່​ພຣະ​ອົງ​ຊົງ​ມິດ​ຢູ່ ບໍ່​ໄດ້​ຕອບ​ປະ​ການ​ໃດ ມະ​ຫາ​ປະ​ໂຣ​ຫິດ​ຈຶ່ງ​ຖາມ​ພຣະ​ອົງ​ອີກວ່າ, “ເຈົ້າ​ເປັນ​ພຣະ​ຄຣິດ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ຄວາມ​ສຸກ​ຫລື”
62. ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ເຮົາ​ເປັນ​ຜູ້​ນັ້ນ​ແຫລະ, ແລະ​ພວກ​ທ່ານ​ຈະ​ໄດ້​ເຫັນ​ບຸດ​ມະ​ນຸດ​ນັ່ງ​ຢູ່​ເບື້ອງ​ຂວາ​ຂອງ​ຜູ້​ຊົງ​ຣິດ​ ທາ​ນຸພາບ ແລະ​ກຳ​ລັງ​ສະ​ເດັດ​ມາ​ໃນ​ເມກ​ແຫ່ງ​ຟ້າ​ສວັນ”





ພຣະນິມິດ 1
7. ເບິ່ງ​ແມ໋, ພຣະ​ອົງ​ຈະ​ສະ​ເດັດ​ມາ​ມີ​ເມກ​ເປັນ​ຂະ​ບວນ​ແຫ່ ຕາ​ທຸກ​ຫນ່ວຍ​ຈະ​ເຫັນ​ພຣະ​ອົງ ແລະ​ຄົນ​ເຫລົ່າ​ນັ້ນ​ທີ່​ແທງ​ພຣະ​ອົງ​ຈະ​ເຫັນ​ເຫມືອນ​ກັນ ມະນຸດ​ຊາດ​ທົ່ວ​ໂລກ​ຈະ​ຮ້ອງ​ໄຫ້​ຮໍ່າ​ໄຮ​ເພາະ​ພຣະ​ອົງ ຈະ​ເປັນ​ໄປຢ່າງ​ນັ້ນ ອາ​ແມນ
8. ອົງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ດຳ​ຣົງ​ຢູ່​ໃນ​ປັດ​ຈຸ​ບັນ ຜູ້​ຊົງ​ດຳ​ຣົງ​ຢູ່​ໃນ​ອະ​ດີດ ຜູ້​ຈະ​ສະ​ເດັດ​ມາ​ໃນ​ອະນາ​ຄົດ ແລະ​ຜູ້​ຊົງ​ຣິດ​ທາ​ນຸພາບ​ສູງ​ສຸດ ຊົງ​ກ່າວ​ວ່າ, “ຝ່າຍ​ເຮົາ​ຄື ອາ​ລະ​ຟາ ໂອ​ເມ​ຄາ”
...
17. ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ອົງ ຂ້າ​ພະ​ເຈົ້າ​ໄດ້​ກົ້ມ​ລົງ​ແທບ​ພຣະ​ບາດ​ຂອງ​ພຣະ​ອົງ ເຫມືອນ​ດັ່ງ​ຄົນ​ທີ່​ຕາຍ​ແລ້ວ ແຕ່​ພຣະ​ອົງ​ຊົງ​ຢຽດ​ພຣະ​ຫັດ​ກ້ຳ ​ຂວາ​ບາຍ​ຂ້າ​ພະ​ເຈົ້າ ແລ້ວ​ຊົງ​ກ່າວ​ວ່າ, “ຢ່າ​ຊູ່​ຢ້ານ, ຝ່າຍ​ເຮົາ​ເປັນ​ຜູ້​ຕົ້ນ ແລະ​ເປັນ​ເປັນ​ຜູ້​ປາຍ ແລະ​ມີ​ເປັນ​ຜູ້​ມີ​ຊີ​ວິດ​ຢູ່
18. ເຮົາ​ໄດ້​ຕາຍ​ແລ້ວ ແຕ່​ເບິ່ງ​ແມ໋, ເຮົາ​ກໍ​ມີ​ຊີ​ວິດ​ຢູ່​ຕລອດ​ໄປ​ເປັນ​ນິດ ແລະ​ເຮົາ​ຖື​ຂໍ​ກະ​ແຈ​ແຫ່ງ​ຄວາມ​ຕາຍ​ແລະແຫ່ງ​ແດນ​ມໍ​ຣະ​ນາ





1. ເທຊະໂລນິກ 4
16. ດ້ວຍ​ວ່າ​ຈະ​ມີ​ຄຳ​ສັ່ງ​ອັນ​ດັງ ຈະ​ມີ​ສຽງ​ຂອງ​ອັ​ຄ​ເທວະ​ດາ ແລະ​ສຽງ​ແກ​ຂອງ​ພຣະ​ເຈົ້າ ແລ້ວ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ລົງ​ມາ​ຈາກ​ສວັນ ພວກ​ຄົນ​ທີ່​ເຊື່ອ​ໃນ​ພຣະ​ຄຣິດ​ທີ່​ຕາຍ​ໄປ​ແລ້ວ​ກໍ​ຈະ​ຄື​ນ​ຂຶ້ນ​ມາ​ກ່ອນ
17. ຫລັງ​ຈາກ​ນັ້ນ​ເຮົາ​ທັງ​ຫລາຍ​ຜູ້​ມີ​ຊີ​ວິດ​ຍັງ​ເປັນ​ຢູ່​ກໍ​ຈະ​ຖືກ​ຮັບ​ ຂຶ້ນ​ໄປ​ໃນ​ເມກ​ພ້ອມ​ກັນ​ກັບ​ຄົນ​ພວກ​ນັ້ນ ແລະ​ຈະ​ພົບ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຟ້າ​ອາ​ກາດ ຢ່າງ​ນັ້ນ​ແຫລະ, ພວກ​ເຮົາ​ກໍ​ຈະ​ຢູ່​ນຳ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ນິດ



 




1. ​ໂຢຮັນ 5
12. ຜູ້​ທີ່​ມີ​ພຣະ​ບຸດ​ກໍ​ມີ​ຊີ​ວິດ ຜູ້​ທີ່​ບໍ່​ມີ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ກໍ​ບໍ່​ມີ​ຊີ​ວິດ
13. ຂໍ້​ຄວາມ​ເຫລົ່າ​ນີ້ ເຮົາ​ຂ​ຽນ​ມາ​ເຖິງ​ເຈົ້າ​ທັງ​ຫລາຍ​ທີ່​ເຊື່ອ​ໃນ​ພຣະ​ນາມພຣະ​ບຸດ​ຂອງ​ພຣະ​ ເຈົ້າ ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ຮູ້​ວ່າ​ພວກ​ເຈົ້າ​ມີ​ຊີ​ວິດ​ອັນ​ຕ​ລອດ​ໄປ​ ເປັນ​ນິດ



 



ກິຈການ 13
38.  ເຫດ​ສັນ​ນີ້​ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຈົ່ງ​ເຂົ້າ​ໃຈ​ວ່າ ໂດຍ​ພຣະ​ອົງ​ນັ້ນ​ແຫລະ, ຈຶ່ງ​ໄດ້​ປະ​ກາດ​ການ​ຍົກ​ຜິດ​ບາບ​ແກ່​ທ່ານ​ທັງ​ຫລາຍ





ກິຈການ 4
12.  ໃນ​ຜູ້​ອື່ນ​ຄວາມ​ລອດ​ພົ້ນ​ບໍ່​ມີ ດ້ວຍ​ວ່າ​ບໍ່​ມີ​ນາມ​ຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ ທີ່​ຊົງ​ປະ​ທານ​ແກ່​ມະ​ນຸດ ເພື່ອ​ໃຫ້​ເຮົາ​ທັງ​ຫລາຍຕ້ອງ​ໄດ້​ພົ້ນ”





ເອເຟໂຊ 1
7. ໃນ​ພຣະ​ເຢ​ຊູ​ນັ້ນ ພວກ​ເຮົາ​ໄດ້​ຮັບ​ການ​ໄຖ່​ໃຫ້​ພົ້ນ​ດ້ວຍ​ພຣະ​ໂລ​ຫິດ​ຂອງ​ພຣະ​ອົງ ຄື​ໄດ້​ຮັບ​ການ​ອະ​ພັຍ​ການ​ຫລົງ​ຜິດ​ຂອງ​ເຮົາ ໂດຍ​ພຣະ​ກະ​ຣຸ​ນາ​ອັນ​ອຸດົມ​ຂອງ​ພວກ​ເຈົ້າ





ກິຈການ 10
43. ແມ່ນ​ເຖິງ​ເຣື່ອງ​ພຣະ​ອົງ​ນີ້​ແຫລະ​, ຜູ້​ປະ​ກາດ​ພຣະ​ທັມ​ທັງ​ຫລາຍ​ໄດ້​ເປັນ​ພຍານ​ວ່າ ທຸກໆ​ຄົນ​ທີ່​ເຊື່ອ​ວາງ​ໃຈ​ໃນ​ພຣະ​ອົງ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ຍົກ​ຜິດ​ບາບ ເພາະ​ພຣະ​ນາມ​ຂອງ​ພຣະ​ອົງ



 


 

 


ຄຳຖາມ: ພຣະເຍຊູເປັນພຣະເຈົ້າແທ້ບໍ່? ພຣະເຍຊູອ້າງສິດທິໃນການເປັນພຣະເຈົ້າແທ້ບໍ່?
http://www.gotquestions.org/
Lao/Lao-is-Jesus-God.html

 


ຄຳຖາມ: ແມ່ນຫຍັງຄືຈຸດມຸ້ງໝາຍທີ່ທ່າ ນໄດ້ຕ້ອນຮັບພະເຍຊູເຂົ້າມາໃນຊີວິດ ທີ່ພຣະອົງເປັນເໝືອນກັບຜູ້ທີ່ຊ່ວຍເຫຼືອ ເຮົາໃຫ້ພົ້ນຈາກຄວາມບາບ?
http://www.gotquestions.org/
Lao/Lao-personal-Savior.html

 


ຄຳຖາມ: ຂ້າພຣະເຈົ້າຈະໄດ້ຮັບການອະໄພຈາກພຣະເຈົ້າແນວໃດ?
http://www.gotquestions.org/
Lao/Lao-got-forgiveness.html

 


ຂ້ອຍໄດ້ຮັບເຊື່ອໃນອົງພະເຢຊູເຈົ້າແລ້ວ.. ຕ້ອງເຮັດຫຍັງຕໍ່ຈາກນີ້?
http://www.gotquestions.org/
Lao/Lao-now-what.html

 


ຄຳຖາມ: ຄຣີດສຕຽນແມ່ນຫຍັງ?
http://www.gotquestions.org/
Lao/Lao-what-Christian.html

 


หลักฐาน วิวัฒนาการ ไม
http://youtu.be/gnoi8L2d29w

 


ไดโนเสาร์
http://youtu.be/lS3xj7QLjFo


 

 




ຕິໂຕ 2
11. ເພາະ​ວ່າ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ໄດ້​ສ່ອງ​ມາ​ປາ​ກົດ​ແລ້ວ ເພື່ອ​ນຳ​ຄວາມ​ພົ້ນ​ໃຫ້​ຄົນ​ທັງ​ປວງ
12. ແ​ລະ​ສອນ​ເຮົາ​ທັງ​ຫລາຍ​ໃຫ້​ລະ​ຖິ້ມ​ຄວາ​ມຊົ່ວ​ອະ​ທັມ ແລະ​ກິ​ເລດ​ຕັນ​ຫາ​ຝ່າຍ​ໂລກ ແລະ​ໃຫ້​ດຳ​ເນີນ​ຊີ​ວິດ​ຢູ່​ໃນ​ສະ​ໄຫມ​ນີ້​ຢ່າງ​ມີ​ສະ​ຕິ​ອັນ​ດີ​ຮອບ​ຄອບ​ ດ້ວຍ​ຄວາມ​ຍຸດ​ຕິທັມ ແລະ​ນັບ​ຖື​ພຣະ​ເຈົ້າ​ຢ່າງ​ຖືກ​ຕ້ອງ
13. ໃຫ້​ຄອງ​ຖ້າ​ຄວາມ​ສຸກ​ທີ່​ສົມ​ກັບ​ຄວາມ​ຫວັງ​ຂອງ​ເຮົາ ຄື ການ​ສ່ອງ​ມາ​ປາ​ກົດອັນ​ຮຸ່ງ​ເຮືອງ​ຂອງພຣະ​ເຈົ້າ​ອົງ​ໃຫຍ່ ຄື​ພຣະ​ເຢ​ຊູ​ຄຣິດ ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ເຮົາ​ທັງ​ຫລາຍ



 

ມັດທາຍ 16
13. ຄັນ​ພຣະ​ເຢ​ຊູ​ສະ​ເດັດ​ເຂົ້າ​ໄປ​ໃນ​ເຂດ​ເມືອງ​ກາຍ​ຊາ​ເຣັຽ​ຟິ​ລິບ​ປອຍ ພຣະ​ອົງ​ຊົງ​ຖາມ​ພວກ​ສາ​ວົກ​ຂອງ​ຕົນ​ວ່າ, “ຄົນ​ທັງ​ຫລາຍ​ເວົ້າ​ກັນ​ວ່າ​ບຸດ​ມະ​ນຸດ​ແມ່ນ​ຜູ້​ໃດ”
14. ເຂົາ​ທູນ​ຕອບ​ວ່າ, “ຜູ້​ລາ​ງຄົນ​ວ່າ​ເປັນ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ ແລະ​ຄົນ​ອື່ນ​ວ່າ​ເປັນ​ເອ​ລິ​ຢາ ແຕ່​ຄົນ​ອື່ນອີກວ່າ​ເປັນ​ເຢ​ເຣ​ມີຢາ ຫລື​ເປັນ​ຄົນ​ນຶ່ງ​ໃນ​ພວກ​ຜູ້​ປະ​ກາດ​ພຣະ​ທັມ”
15. ພຣະ​ອົງ​ຊົງ​ຖາມ​ເຂົາ​ວ່າ, “ແລ້ວ​ຝ່າຍ​ພວກ​ທ່ານ​ເດ, ວ່າ​ເຮົາ​ເປັນ​ໃຜ”
16. ຊີ​ໂມນເປ​ໂຕ​ທູນ​ຕອບ​ວ່າ, “ທ່ານ​ເປັນ​ພຣະ​ຄຣິດ ພຣະ​ບຸດຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່”
17. ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເປ​ໂຕວ່າ, “ຊີ​ໂມນ ລູກ​ໂຢ​ນາ​ເອີຍ, ທ່ານ​ກໍ​ເປັນ​ສຸກ ເພາະ​ວ່າ​ບໍ່​ແມ່ນ​ມະ​ນຸດ​ທີ່​ໄດ້​ສະ​ແດງ​ຄຳ​ນີ້​ແກ່​ທ່ານ ແຕ່​ແມ່ນ​ພຣະ​ບິ​ດາ​ຂອງ​ເຮົາ​ຜູ້​ຊົງ​ສະ​ຖິດ​ໃນ​ສວັນ​ຊົງ​ໃຫ້​ຊາບ

ລູກາ 9
21. ພຣະ​ອົງ​ຈຶ່ງ​ຊົງ​ສັ່ງ​ຫ້າມ​ເຂົາ​ຢ່າງ​ແຂງ​ແຮງ ບໍ່​ໃຫ້​ບອກ​ຄວາມ​ນີ້​ແກ່​ຜູ້​ໃດ
22. ແລ້ວ​ຊົງ​ກ່າ​ວວ່າ, “ບຸດ​ມະ​ນຸ​ດ​ຈະ​ຕ້ອງ​ທົນ​ທຸກ​ທໍ​ຣະ​ມານ​ຫລາຍ​ປະ​ການ ພວກ​ເຖົ້າ​ແກ່​ກັບ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ ແລະ​ພວກ​ນັກ​ທັມ​ຈະ​ບໍ່​ຍອມ​ຮັບ​ທ່ານ ເຂົາ​ຈະ​ໄດ້​ຂ້າ​ທ່ານ​ເສັຽ ແລ້ວ​ໃນ​ວັນ​ຖ້ວນ​ສາມ​ທ່ານ​ຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ມາອີກ”

ໂຢຮັນ 14
29. ບັດ​ນີ້​ເຮົາ​ໄດ້​ບອກ​ທ່ານ​ທັງ​ຫລາຍ​ກ່ອນ​ເຫດ​ການ​ນັ້ນ​ຈະ​ເກີດ​ຂຶ້ນ ເພື່ອ​ວ່າ​ເມື່ອ​ເຫດ​ການ​ນັ້ນ​ເກີດ​ຂຶ້ນ​ແລ້ວ​ພວກ​ທ່ານ​ຈະ​ໄດ້​ເຊື່ອ


 


 



From yoga to Lord Jesus Christ - a strong testimony!
https://vimeo.com/45196918


Deception is the name of the game. Yoga is NOT what it appears to be dear friends...I tell you from personal experience.

1 Corinthians 10
21. " Ye cannot drink the cup of the Lord, and the cup of devils: ye cannot be partakers of the Lord's table, and of the table of devils."

2 Corinthians 11
14. And no marvel; for Satan himself is transformed into an angel of light.

Yoga is not just stretching or physical exercise, is a demonic way, a deception.
One way of entry for Satan in your life.


 

 



ໂຢຮັນ 14
3.  ເມື່ອ​ເຮົາ​ໄປ​ຈັດ​ແຈງ​ບ່ອນ​ໄວ້​ສຳ​ລັບ​ພວກ​ທ່ານ​ແລ້ວ ເຮົາ​ຈະ​ກັບ​ມາ​ອີກ​ຮັ​ບທ່ານ​ໄປ​ຢູ່​ກັບ​ເຮົາ ເພື່ອ​ວ່າ​ເຮົາ​ຢູ່​ທີ່​ໃດ​ພວກ​ທ່ານ​ຈະ​ຢູ່​ທີ່​ນັ້ນ​ເຫມືອນ​ກັນ
...
6. ພຣະ​ເຢ​ຊູ​ຊົງ​ຕອບເຂົາ​ວ່າ, “ເຮົາ​ນີ້​ແຫລະ, ເປັນ​ທາງ​ນັ້ນ ເປັນ​ຄວາມ​ຈິງ ແລະ​ເປັນ​ຊີ​ວິດ ບໍ່​ມີ​ຜູ້ໃດ​ມາ​ເຖິງ​ພຣະ​ບິ​ດາ​ໄດ້​ນອກ​ຈາກ​ຈະມາ​ທາງ​ເຮົາ




ພຣະບັນຍັດສອງ 32
39. ບັດ​ນີ້ ເບິ່ງ​ແມ໋, ແມ່ນ​ເຮົາ​ຜູ້​ດຽວ​ເປັນ​ພຣະ​ເຈົ້າ ບໍ່​ມີ​ພຣະ​ແທ້​ອົງ​ອື່ນ​ອີກ ນຳ​ເອົາ​ຄວາມ​ຕາຍ​ແລະ​ໃຫ້​ຊີ​ວິດ​ແກ່​ພວກ​ເຈົ້າ ໃຫ້​ບາດ​ເຈັບ​ ແລະ​ປົວ​ໃຫ້​ດີ ບໍ່​ມີ​ໃຜ​ຂັດ​ຂວາງ​ເຮົາ​ໄດ້



 

 


ເອຊາຢາ 37
18. ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ຄວາມ​ຈິງ​ທີ່​ບັນ​ດາ​ເຈົ້າ​ຊີ​ວິດ​ແຫ່ງ​ອັ​ສ​ຊີ​ເຣັຽ​ໄດ້​ກະ​ທຳ​ໃຫ້​ປະ ​ເທດ​ທັງ​ສິ້ນ​ແລະ​ແຜ່ນ​ດິນ​ຂອງ​ເຂົາ​ນັ້ນ​ຮ້າງ​ເປົ່າ
19. ແລະ​ໄດ້​ແກວ່ງ​ພຣະ​ຂອງ​ເຂົາ​ເຂົ້າ​ໄຟ ເພາະ​ເຂົາ​ບໍ່​ມີ​ພຣະ​ ເປັນ​ແຕ່​ຜົນ​ງານ​ຂອງ​ມື​ມະ​ນຸດ​ເປັນ​ໄມ້​ແລະ​ຫີນ ເພາະ​ສະ​ນັ້ນ​ເຂົາ​ຈຶ່ງ​ຖືກ​ທຳ​ລາຍ​ເສັຽ




ເອຊາຢາ 44
6. ພຣະ​ຜູ້​ເປັນ​ເຈົ້າ​ອົງ​ມີ​ອຳ​ນາດ​ຍິ່ງ​ໃຫຍ່ ອົງ​ຊົງ​ໄຖ່​ແລະ​ຄຸ້ມ​ຄອງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້,  “ເຮົາ​ເປັນ​ຜູ້​ຕົ້ນ ເປັນ​ຜູ້​ປາຍ ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ແຕ່​ຜູ້​ດຽວ ບໍ່​ມີ​ພຣະ​ເຈົ້າ​ອົງ​ອື່ນນອກ​ຈາກ​ເຮົາ




ເອຊາຢາ 45
5. ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ ບໍ່​ມີ​ພຣະ​ເຈົ້າ​ອົງ​ອື່ນ​ອີກ ເຖິງ​ແມ່ນ​ເຈົ້າ​ບໍ່​ຮູ້​ຈັກ​ເຮົາ ເຮົາ​ກໍ​ຈະ​ໃຫ້​ອຳ​ນາດ​ແກ່​ເຈົ້າ
6. ເຣົາ​ໄດ້​ກະ​ທຳ​ການ​ນີ້​ເພື່ອ​ທຸກໆ​ຄົນ ຂໍ​ໃຫ້​ທົ່ວ​ໂລກ​ຮູ້​ວ່າ​ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຮູ້​ວ່າບໍ່​ມີ​ພຣະ​ເຈົ້າ​ອົງ​ອື່ນນອກ​ຈາກ​ເຣົາ
...
22. ມະ​ນຸດ​ທຸກ​ມຸມ​ໂລກ​ເອີຍ ຈົ່ງ​ຄືນ​ມາ​ຫາເຣົາ ແລະ​ຮັບ​ເອົາ​ການ​ຊ່ອຍ​ໃຫ້​ພົ້ນ​ເຖີດ ເຣົາ​ເປັນ​ພຣະ​ເຈົ້າ​ແຕ່​ອົງ​ດຽວ ບໍ່​​ມີ​ພຣະ​ເຈົ້າ​ອົງ​ອື່ນ


 



ພຣະບັນຍັດສອງ 4
15. ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ພວກ​ທ່ານ​ອອກ​ມາ​ຈາກ​ໄຟ​ຢູ່​ເທິງ​ພູ ​ຊີ​ນາ​ອີນັ້ນ ພວກ​ທ່ານ​ບໍ່​ໄດ້​ເຫັນ​ຮູບ​ຮ່າງ​ໃດໆ ມັນ​ຈຶ່ງ​ເປັນ​ການດີສຳ​ລັບ​ພວກ​ທ່ານ
16. ສະ​ນັ້ນ​ ຈົ່ງ​ລະ​ວັງ​ໃຫ້​ດີ ຢ່າ​ໄດ້​ທຳ​ບາບ​ດ້ວຍ​ການ​ສ້າງ​ຮູບ​ເຄົາ​ຣົບ​ໃດໆ​ຂຶ້ນ​ມາ​ເລີຍ ບໍ່​ວ່າ​ຮູບ​ຜູ້​ຊາຍ​ຫລື​ຜູ້​ຍິງ
17. ບໍ່​ວ່າຮູບ​ສັດ​ເດັຽ​ລະ​ສານ ຮູບ​ນົກ​ທີ່​ມີ​ປີກ​ບິນ​ໄປ​ໃນ​ອາ​ກາດ
18. ຮູບ​ສັດເລືອ​ຄານ​ຢູ່​ເທິງ​ດິນ ຮູບ​ປາ​ຢ່າງ​ໃດ​ທີ່​ຢູ່​ໃນ​ນ້ຳໃຕ້​ແຜ່ນ​ດິນ​ໂລກ
19. ຢ່າ​ຫລົງ​ຂາບໄຫ​ວ້ ຫລື​ບົວ​ລະ​ບັດ​ສິ່ງ​ທີ່​ເຫັນ​ໃນ​ທ້ອງ​ຟ້າ ຄື​ພຣະ​ອາ​ທິດ ພຣະ​ຈັນ​ ແລະ​ດວງ​ດາວ​ທັງ​ຫ​ລາຍ ສິ່ງ​ເຫລົ່າ​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຮົາ​ຊົງ​ປະ​ທານ​ໃຫ້​ຊົນ​ຊາດ​ ອື່ນ​ທັງ​ຫມົດ​ຂາບ​ໄຫວ້




ພຣະບັນຍັດສອງ 27
15. “ຜູ້​ໃດ​ທີ່​ກະ​ທຳ​ຮູບ​ເຄົາ​ຣົບ​ເປັນ​ຮູບ​ສ​ລັກ ຫລື​ຮູບ​ຫລໍ່ ຊຶ່ງ​ເປັນ​ສິ່ງ​ທີ່​ຫນ້າ​ລັງ​ກຽດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ສິ່ງ​ທີ່​ທຳ​ດ້ວຍ​ຝີ​ມື​ຊ່າງ ແລະ​ຕັ້ງ​ໄວ້​ຢ່າງ​ລັບ​ໆ​ໃຫ້​ຜູ້​ນັ້ນ​ຖືກ​ສາບ​ແຊ່ງ” ໃຫ້​ປະ​ຊາ​ຊົນທັງ​ປວງ​ຕອບ​ພ້ອມ​ກັນ​ແລະ​ກ່າວ​ວ່າ “ອາ​ແມນ”




ຮາລາກຸກ 2
18 ຮູບ​ເຄົາ​ຣົບ​ໃຫ້​ຜົນ​ປ​ໂຍດ​ຫຍັງ​ແດ່? ມັນ​ເປັນພຽງ​ແຕ່​ຮູບ​ທີ່​ມະ​ນຸດ​ຜູ້​ນຶ່ງ​ໄດ້​ເຮັດ​ຂຶ້ນ​ເທົ່າ​ນັ້ນ ແລະ​ກໍ​ບໍ່​ສາ​ມາດບອກ​ຄວາມ​ຈິງ​ຕໍ່​ພວກ​ເຈົ້າ​ໄດ້​ ມັນ​ດີ​ແນວ​ໃດ?  ຜູ້​ສ້າງ​ຮູບ​ຈຶ່ງ​ປົງ​ໃຈ​ໃນ​ຮູບ​ທີ່​ປາກບໍ່​ໄດ້​ນັ້ນ




ເພງສັຣເສີນ 97
7. ໃຫ້​ຜູ້​ນະ​ມັ​ສ​ການ​ຮູບ​ເຄົາ​ຣົບ​ທັງ​ສິ້ນ​ໄດ້​ອາຍ ຄື​ຜູ້​ທີ່​ອວດ​ໃນ​ພຣະ​ເທັດ​ຂອງ​ເຂົາ ໃຫ້​ພຣະ​ທັງ​ສິ້ນ​ກາບ​ລົງ​ຕໍ່​ພຣະ​ອົງ


 

 



ໂຣມ 1
18.  ດ້ວຍ​ວ່າ​ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ກໍ​ປາ​ກົດ​ມາ​ຈາກ​ສວັນ ຕໍ່​ສູ້​ບັນ​ດາ​ຄວາມຫມິ່ນ​ປມາດ​ພຣະ​ອົງ​ແລະ​ຄວາມ​ຊົ່ວ​ຮ້າຍ​ທຸກ​ຢ່າງ​ຂອງ​ມະ ​ນຸດ ຄື​ມະ​ນຸດ​ພວກ​ນັ້ນ​ທີ່​ເອົາ​ຊົ່ວ​ຮ້າຍ​ມາ​ຂັດ​ຂວາງ​ຄວາມ​ຈິງ
19.  ເຫດ​ວ່າ​ທີ່​ຈະ​ຮູ້​ຈັກ​ພຣະ​ເຈົ້າ​ໄດ້​ເທົ່າ​ໃດ​ນັ້ນ​ກໍ​ໄດ້​ປາ​ກົດ​ແຈ້ງ​ ຄັກ​ໃນ​ໃຈ​ເຂົາ ດ້ວຍ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ສະ​ແດງ​ໃຫ້​ເຂົາ​ຮູ້​ແລ້ວ
20.  ຕັ້ງ​ແຕ່​ແຣກ​ສ້າງ​ໂລກ​ມາ​ສະ​ພາບ​ທີ່​ບໍ່​ປາ​ກົດ​ຂອງ​ພຣະ​ເຈົ້າ ຄື​ຣິດ​ທາ​ນຸ​ພາບ​ອັນ​ຖາ​ວອນ​ແລະ​ຄວາມ​ເປັນ​ພຣະ​ຂອງ​ພຣະ​ອົງ ກໍ​ໄດ້​ປາ​ກົດ​ແຈ້ງ​ໃນ​ສັ​ພ​ສິ່ງ​ທີ່​ພຣະ​ອົງ​ໄດ້​ຊົງ​ສ້າງ ສັນ​ນັ້ນ​ເຂົາ​ທັງ​ຫລາຍ​ຈຶ່ງ​ບໍ່​ມີ​ຂໍ້​ແກ້​ຕົວ​ໄດ້
21.  ເພາະ​ເຖິງ​ແມ່ນ​ວ່າ​ເຂົາ​ທັງ​ຫລາຍ​ໄດ້​ຮຼ້​ຈັກ​ພຣະ​ເຈົ້າ​ແລ້ວ ເຂົາ​ກໍ​ບໍ່​ໄດ້​ຖວາຍ​ພຣະ​ກຽດ​ແກ່​ພຣະ​ອົງ​ໃຫ້​ສົມ​ກັບ​ການ​ຊົງ​ເປັນ​ພຣະ​ ເຈົ້າ ທັງບໍ່​ໄດ້​ໂມ​ທະ​ນາ​ພຣະ​ຄຸນ ແຕ່​ວ່າ​ຄວາມ​ຄຶດ​ຂອງ​ເຂົາ​ກາຍ​ເປັນ​ສິ່ງ​ທີ່​ເສັຽ​ປ​ໂຍດ ແລະ​ໃຈ​ຂອງ​ເຂົາ​ກໍ​ມືດ​ມົວ​ໄປ
22. ເຂົາ​ອ້າງ​ຕົວ​ວ່າເປັນຄົນ​ສ​ລາດ ເຂົາ​ຈຶ່ງ​ກາຍ​ເປັນ​ຄົນ​ໂງ່ໄປ
23. ເຂົາ​ໄດ້​ຮັບ​ມະ​ນຸດ​ຜູ້​ຕາຍ​ເປັນ​ກັບ​ຮູບ​ນົກຮູບ​ສັດ​ສີ່​ຕີນ ແລະ​ສັດ​ເລືອ​ຄານ​ມາ​ປ່ຽນ​ແທນ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ຕາຍ​ບໍ່​ ເປັນ
24. ເພາະ​ສັນ​ນັ້ນ, ພຣະ​ເຈົ້າ​ຈຶ່ງ​ຊົງ​ປ່ອຍ​ເຂົາ​ໃຫ້​ເຮັດ​ການ​ຊົ່ວ​ຊ້າ ຕາມ​ຣາ​ຄະ​ຕັນ​ຫາ​ໃນ​ໃຈ​ຂອງ​ເຂົາ ເຂົາ​ຈຶ່ງ​ເຮັດ​ສິ່ງ​ຫນ້າ​ອັບ​ອາຍ​ທາງ​ຮ່າງ​ກາຍ​ຕໍ່​ກັນ
25. ເຂົາ​ໄດ້​ເອົາ​ຄວາມ​ຈິງ​ເຣື່ອງ​ພຣະ​ເຈົ້າ​ມາ​ປ່ຽນ​ເປັນ​ຄວາມ​ບໍ່​ຈິງ ແລະ​ໄດ້​ນະ​ມັ​ສ​ການ​ທັງ​ບົວ​ຣະ​ບັດ​ສິ່ງ​ທີ່​ຊົງ​ສ້າງ​ໄວ້​ນັນ​ແທນ​ພຣະ​ອົງ ​ຜູ້​ຊົງ​ສ້າງ ຄື​ຜູ້​ທີ່​ສົມ​ຄວນ​ຈະ​ໄດ້​ຮັບ​ຄວາມ​ສັຣ​ເສີນ​ເປັນ​ນິດ ອາ​ແມນ




ລູກາ 4
40. ເມື່ອ​ເວ​ລາ​ຕາ​ເວັນ​ຕົກ ຜູ້​ໃດ​ມີ​ຄົນ​ເຈັບ​ເປັນ​ພຍາດ​ຕ່າງໆ​ກໍ​ພາມາ​ຫາ​ພຣະ​ອົງ ພຣະ​ອົງ​ກໍ​ຊົງ​ວາງ​ພຣະຫັດ​ໃສ່​ເຂົາ​ທຸກ​ຄົນ ໂຜດ​ໃຫ້​ເຂົາ​ດີ
41. ຜີ​ກໍ​ໄດ້​ອອກ​ມາ​ຈາກ​ຄົນຫລາຍ​ຄົນ​ເຫມືອນ​ກັນ ໂດຍ​ຮ້ອງວ່າ, “ທ່ານ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ” ແຕ່​ພຣະ​ອົງ​ຊົງ​ຫ້າມ​ບໍ່​ໃຫ້​ເຂົາ​ປາກ ເພາະ​ເຂົາ​ຮູ້ແລ້ວວ່າ​ພຣະ​ອົງ​ຊົງ​ເປັນ​ພຣະ​ຄຣິດ


 

 



ມັດທາຍ 15
18. ແຕ່​ສິ່ງ​ທີ່​ອອກ​ຈາກ​ປາກ​ກໍ​ອອກ​ມາ​ຈາກ​ໃຈ ສິ່ງ​ນັ້ນ​ແຫລະ, ເຮັດ​ໃຫ້​ມະ​ນຸດ​ຊົ່ວ​ມົວ​ຫມອງ
19. ເພາະ​ວ່າ​ຄວາມ​ຄຶດ​ຊົ່ວ​ຮ້າຍ, ການ​ຂ້າ​ຄົນ, ການ​ຫລິ້ນ​ຊູ້​ຈາກ​ຜົວ​ເມັຽ, ການ​ຜິດ​ຊາຍ​ຍິງ, ການ​ລັກ​ຊັບ, ການ​ເປັນ​ພຍານ​ບໍ່​ຈິງ, ແລະ​ການ​ນິນທາ ກໍ​ອອກ​ມາ​ຈາກ​ໃຈ


 


ພຣະນິມິດ 9
20. ສ່ວນ​ມະ​ນຸດ​ທັງ​ຫລາຍ​ທີ່​ຍັງ​ເຫລືອ​ຢູ່ ຊຶ່ງ​ບໍ່​ໄດ້​ຖືກ​ຂ້າ​ດ້ວຍ​ໄພອັນ​ຕະ​ຣາຍ​ເຫລົ່າ​ນັ້ນ ກໍ​ບໍ່​ໄດ້​ກັບ​ໃຈ​ເສັຽ​ໃຫມ່​ຈາກ​ກິ​ຈ​ການ​ທີ່​ຕົນ​ໄດ້​ເຮັດ ບໍ່​ໄດ້​ເລີກ​ບູ​ຊາ​ຜີ ບູ​ຊາ​ພຣະ​ທຽມ​ທີ່​ເຮັດ​ດ້ວຍ​ຄຳ ເງິນ ທອງ​ເຫລືອງ ດ້ວຍ​ຫີນ​ແລະ​ໄມ້ ຊຶ່ງ​ບໍ່​ສາ​ມາດ​ຈະ​ເຫັນ ຈະ​ໄດ້​ຍິນ ຫລື​ຈະ​ຍ່າງ​ໄປ​ໄດ້
21. ເຂົາ​ບໍ່​ໄດ້​ກັບ​ໃຈ​ເສັຽ​ໃຫມ່ ເລີກ​ຈາກ​ການ​ຂ້າ​ຟັນ​ກັນ ການ​ເຊື່ອ​ເວດ​ມົນ​ຄາ​ຖາ ການ​ຜິດ​ຊາຍ​ຍິງ ແລະ​ການ​ລັກ​ຂອງ​ຕົນ

 



ພຣະນິມິດ 20
10. ສ່ວນ​ພ​ຍາ​ມານ​ທີ່​ຫລອກ​ລວງ​ຄົນ​ເ​ຫລົ່າ​ນັ້ນ ກໍ​ຖືກ​ຖິ້ມ​ລົງ​ໃນບຶງ​ໄຟ​ປົນ​ກັບ​ມາດ ຄື​ບ່ອນ​ທີ່​ສັດ​ຮ້າຍ​ແລະ​ຄົນ​ທີ່​ປອມ​ຕົວ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ຢູ່​ໃນ​ ນັ້ນ ເຂົາ​ຈະ​ຕ້ອງ​ທົນ​ທຸກ​ທໍ​ຣະ​ມານ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ​ຕລອດ​ໄປ​ເປັນ​ນິດ




ພຣະນິມິດ 21
8.  ແຕ່​ສ່ວນ​ຄົນ​ຂີ້​ໂຍ່ຍ ຄົນ​ບໍ່​ເຊື່ອ ຄົນ​ທີ່​ເຮັດ​ການ​ຫນ້າ​ກຽດ​ຫນ້າ ​ຊັງ ຄົນ​ຄາ​ຕ​ກັມ ຄົນ​ລ່ວງ​ຜິດ​ຊາຍ​ຍິງ ຄົນ​ໃຊ້​ເວດ​ມົນ​ຄາ​ຖາ ຄົນ​ໄຫວ້​ພຣະ​ທຽມ ແລະ​ຄົນ​ຂີ້​ຕົວະ​ທຸກ​ຄົນ​ນັ້ນ ມໍ​ຣະ​ດົກ​ຂອງ​ເຂົາ​ຈະຢູ່​ໃນ​ບຶງ​ທີ່​ໄຫມ້​ຢູ່​ດ້ວຍ​ໄຟ​ປົນ​ກັບ​ມາດ ຊຶ່ງ​ເປັນ​ຄວາມ​ຕາຍ​ຄັ້ງ​ທີ່​ສອງ”



 


Audio - message
http://www.thai-
laobaptistchurch.com/sermons/sermons/2008/10oct/101208.html

http://www.thai-
laobaptistchurch.com/sermons/sermons/2008/9sep/092808.html



 




ມັດທາຍ 18
1. ໃນ​ເວ​ລາ​ນັ້ນ​ພວກ​ສາ​ວົກ​ມາ​ຫາ​ພຣະ​ເຢ​ຊູ​ທູນ​ວ່າ, “ໃຜ​ເປັນ​ໃຫຍ່​ໃນຣາ​ຊ​ອາ​ນາ​ຈັກ​ສວັນ”
2. ພຣະ​ເຢ​ຊູ​ຊົງ​ເອີ້ນ​ເອົາ​ເດັກນ້ອຍ​ຄົນ​ນຶ່ງ​ມາ​ໃຫ້​ຢືນ​ຖ້າມ​ກາງ​ເຂົາ
3. ແລ້ວ​ຊົງ​ກ່າວ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຖ້າ​ພວກ​ທ່ານ​ບໍ່​ກັບ​ໃຈ ​ແລະ​ກາຍ​ເປັນ​ເຫມືອນ​ເດັກ​ນ້ອຍ ທ່ານ​ຈະ​ເຂົ້າ​ໃນ​ຣາ​ຊ​ແຜ່ນ​ດິນ​ສວັນ​ບໍ່​ໄດ້​ຈັກ​ເທື່ອ
4. ເຫດ​ສັນ​ນັ້ນ​ຖ້າ​ຜູ້​ໃດ​ຖ່ອມ​ຕົວ​ລົງ​ເຫມືອນ​ເດັກ​ນ້ອຍຜູ້​ນີ້ ຜູ້​ນັ້ນ​ແຫລະ​, ເປັນ​ໃຫຍ່​ໃນ​ຣາ​ຊ​ອາ​ນາ​ຈັກ​ສວັນ
5. ຖ້າ​ຜູ້​ໃດ​ຈະ​ຮັບ​ເດັກ​ນ້ອຍ​ຜູ້​ນຶ່ງ​ຢ່າງ​ນີ້​ໄວ້​ໃນ​ນາມ​ຂອງ​ເຮົາ ຜູ້​ນັ້ນ​ກໍ​ໄດ້​ຮັບ​ເຮົາ”
6. “ຖ້າ​ຜູ້ໃດ​ເຮັດ​ໃຫ້​ຄົນ​ນຶ່ງ​ໃນ​ຫມູ່​ເດັກ​ນ້ອຍ​ເຫລົ່າ​ນີ້​ທີ່​ເຊື່ອ​ໃນ​ ເຮົາ​ຫລົງ​ຜິດ ຖ້າເອົາ​ຫີນ​ໂມ້​ກ້ອນ​ໃຫຍ່​ຜູກ​ຄໍ​ຜູ້​ນັ້ນ​ຈົມ​ລົງ​ນ້ຳ​ທະ​ເລ​ເລິກ​ເສັຽກໍ​ ດີກວ່າ
7. ວິ​ບັດ​ແກ່​ໂລກ​ນີ້ ເພາະ​ເຫດ​ທີ່​ໃຫ້​ເກິ​ດການ​ຫລົງ​ຜິດ ເພາະ​ວ່າ​ຈຳ​ເປັນ​ຕ້ອງ​ມີ​ເຫດ​ໃຫ້​ຫລົງ​ຜິດ ແຕ່​ວິ​ບັດ​ແກ່​ຜູ້ທີ່​ກໍ່​ເຫດ​ໃຫ້​ເກິດ​ການ​ຫລົງ​ຜິດ​ນັ້ນ



 

 


ມາຣະໂກ 9
41. ເຮົາ​ບອກ​ທ່ານ​ຕາມ​ຈິງວ່າ ຖ້າ​ຜູ້​ໃດ​ຈະ​ເອົາ​ນ້ຳ​ຈອກ​ນຶ່ງ​ໃຫ້​ທ່ານ​ດື່ມ​ເພາະ​ທ່ານ​ເປັນ​ຝ່າຍ​ພຣະ​
ຄຣິດ ຜູ້​ນັ້ນ​ຈະ​ບໍ່​ຂາດ​ບຳ​ເຫນັດ​ຂອງ​ຕົນ​ຈັກ​ເທື່ອ
42. “ຖ້າ​ຜູ້​ໃດ​ຈະ​ເຮັດ​ໃຫ້​ຄົນນຶ່ງ​ໃນ​ຫມູ່​ເດັກ​ນ້ອຍ​ເຫລົ່າ ນີ້​ທີ່​ເຊື່ອ (ໃນ​ເຮົາ) ຫລົງ​ຜິດ ​ຖ້າ​ຈະ​ເອົາ​ຫີນ​ໂມ້​ກ້ອນໃຫຍ່​ຜູກ​ຄໍ​ຜູ້​ນັ້ນ​ຖິ້ມ​ລົງ​ນ້ຳ​ທະ​ເລ​ເສັຽກໍ​ ດີກວ່າ



 

 

 



ໂຢຮັນ 10
17. ດ້ວຍ​ເຫດ​ນີ້​ພຣະ​ບິ​ດາ​ຈຶ່ງ​ຊົງ​ຮັກ​ເຮົາ ເພາະ​ເຮົາ​ສ​ລະ​ຊີ​ວິດ​ຂອງ​ເຮົາ​ເພື່ອ​ຈະ​ຮັບ​ຊີ​ວິດ​ນັ້ນ​ຄືນອີກ
18. ບໍ່​ມີ​ຜູ້​ຍາດ​ເອົາ​ຊີ​ວິດ​ໄປ​ຈາກ​ເຮົາ ແຕ່​ເຮົາ​ສ​ລະ​ຊີ​ວິດ​ດ້ວຍ​ໃຈ​ສ​ມັ​ກ​ຂອງ​ເຮົາ​ເອງ ເຮົາ​ມີ​ສິດ​ທີ່​ຈະ​ສ​ລະຊີ​ວິດ​ນັ້ນ​ແລະ​ມີ​ສິດ​ທີ່​ຈະ​ຮັບ​ຄືນ​ອີກ ຄຳ​ສັ່ງ​ນີ້​ເຮົາ​ໄດ້​ຮັບ​ຈາກ​ພຣະ​ບິ​ດາ​ຂອງ​ເຮົາ”
...
27. ແກະ​ຂອງ​ເຮົາ​ບໍ່​ຟັງ​ສຽງ​ຂອງ​ເຮົາ ແລະ​ເຮົາ​ກໍ​ຮູ້​ຈັກຝູງ​ແກະ​ນັ້ນ​ແລະ​ເຂົາ​ຕາມ​ເຮົາ​ໄປ
28. ຝ່າຍ​ເຮົາ​ກໍ​ປະ​ທານ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ​ໃຫ້​ແກ່​ແກະ​ນັ້ນ ແລະ​ເຂົາ​ຈະ​ບໍ່​ຈິບ​ຫາຍ​ຈັກ​ເທື່ອ ບໍ່​ມີ​ຜູ້​ໃດ​ຈະ​ຍາດ​ເຂົາ​ອອກ​ຈາກ​ມື​ຂອງ​ເຮົາ​ໄດ້
29. ອັນ​ທີ່​ພຣະ​ບິ​ດາ​ຂອງ​ເຮົາ​ໄດ້​ຊົງ​ປະ​ທານ​ໃຫ້​ເຮົາ​ນັ້ນ​ກໍ​ໃຫຍ່ກວ່າ​ສັ​ພ ​ທຸກ​ສິ່ງ ແລະ​ບໍ່​ມີ​ຜູ້​ໃດ​ຈະ​ອາດ​ຍາດ​ອັນ​ນັ້ນ​ອອກ​ຈາກ​ພຣະ​ຫັດ​ພຣະ​ບິ​ດາ​ຂອງ​ເຮົາ ​ໄດ້”
30. ເຮົາ​ກັບ​ພຣະ​ບິ​ດາ​ກໍ​ເປັນ​ອັນ​ນຶ່ງ​ອັນ​ດຽວ​ກັນ”
31. ພວກ​ຢິວ​ກໍ​ຍົກ​ເອົາ​ກ້ອນ​ຫີນ​ມາ​ອີກ​ຈະ​ຄວ່າງ​ໃສ່​ພຣະ​ອົງ
32. ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ເຂົາ​ວ່າ, “ເຮົາ​ໄດ້​ສະ​ແດງ​ໃຫ້​ທ່ານ​ທັງ​ຫລາຍ​ເຫັນ​ການ​ດີ​ຫລາຍ​ປະ​ການທີ່​ມາ​ຈາກ​ພຣະ ​ບິ​ດາ​ຂອງ​ເຮົາ ເພາະ​ເຫດ​ຂໍ້​ໃດ​ໃນ​ການ​ດີ​ທັງ​ຫລາຍ​ນັ້ນ​ພວກ​ທ່ານ​ຈຶ່ງ​ຈະ​ຄວ່າງ​ກ້ອນ​ຫີນ​ ໃສ່​ເຮົາ”
33. ພວກ​ຢິວ​ທູນ​ພຣະ​ອົງ​ວ່າ, “ທີ່​ພວກ​ເຮົາ​ຈະ​ຄວ່າງກ້ອນ​ຫີນ​ໃສ່​ເຈົ້າ​ນັ້ນ​ບໍ່​ແມ່ນ​ຍ້ອນ​ການ​ດີ ແຕ່​ເພາະ​ຄວາມ​ຫມິ່ນ​ປ​ມາດ​ພຣະ​ເຈົ້າ ເພາະ​ເຈົ້າ​ເປັນ​ພຽງ​ແຕ່​ມະ​ນຸດແຕ່​ຕັ້ງ​ຕົວ​ເປັນ​ພຣະ​ເຈົ້າ”


 

 



ລູກາ 8
26. ແລ້ວ​ເຂົາ​ໄດ້​ໄປ​ຈອດ​ທີ່​ເຂດ​ແດນ​ຂອງ​ຊາວ​ເຄ​ຣາ​ເຊັນ ຊຶ່ງ​ຢູ່​ກົງ​ກັນ​ຂ້າມ​ກັບ​ແຂວງ​ຄາ​ລີ​ເລ
27. ເມື່ອ​ພຣະ​ອົງສະ​ເດັດ​ຂຶ້ນ​ບົກ​ແລ້ວ​ມີ​ຊາຍ​ຄົນ​ນຶ່ງ​ແຕ່​ເມື​ອງ​ນັ້ນ​ມາ​ພົ ​ບ​ພຣະ​ອົງ ຄົນ​ນັ້ນ​ມີ​ຜີ​ຮ້າຍ​ຫລາຍ​ໂຕ​ສິງ​ຢູ່ ເຂົາ​ບໍ່​ໄດ້​ນຸ່ງ​ເຄື່ອງ​ແລະບໍ່​ໄດ້​ຢູ່​ໃນ​ເຮືອນ​ເປັນ​ເວ​ລາ​ເຫິງ​ນານ​ ແລ້ວ ແຕ່​ຢູ່​ຕາມ​ອຸບ​ໂມງ​ຝັງ​ສົບ
28. ເມື່ອ​ຄົນ​ນັ້ນ​ໄດ້​ເຫັນ​ພຣະ​ເຢ​ຊູ​ກໍ​ຮ້ອງ​ຂຶ້ນ ແລ້ວ​ຂາບ​ລົງ​ຕໍ່​ພຣະ​ພັກ​ພຣະ​ອົງ​ອອກ​ສຽງ​ດັງ​ທູນ​ວ່າ, “ເຢ​ຊູ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ສູງ​ສຸດ​ເອີຍ, ທ່ານ​ມາ​ຫຍຸ້ງ​ກ່ຽວ​ກັບ​ເຮົາ​ດ້ວຍ​ເຫດ​ໃດ ຂໍ​ຢ່າ​ໄດ້​ທໍ​ຣະ​ມານ​ເຮົາ​ທ້ອນ”
29. ມັນ​ເວົ້າ​ດັ່ງ​ນັ້ນ​ກໍ​ເພາະ​ພຣະ​ອົງ​ໄດ້​ຊົງ​ສັ່ງ​ຜີ​ຖ່ອຍ​ຮ້າຍ​ໃຫ້​ອອກ​ ຈາກ​ຄົນ​ນັ້ນ (ດ້ວຍ​ວ່າ​ຜີ​ນັ້ນ​ໄດ້​ມາ​ກຸມ​ເອົາ​ຄົນ​ນັ້ນ​ໄປ​ຫລາຍ​ເທື່ອ​ຫລາຍ​ທີ່ ແລະ​ເຄີຍ​ມັດ​ດ້ວຍ​ຊີກ​ແລະ​ຖືກ​ລ່າມ​ໂສ້​ຂັງ​ໄວ້ ແຕ່​ມັນ​ກໍ​ຫັກ​ເຄື່ອງ​ມັດ​ນັ້ນ​ເສັຽ​ແລ້ວ​ໄດ້​ບັງ​ຄັບ​ໃຫ້​ເຂົ້າ​ໄປ​ໃນ​ ປ່າ)
30. ຝ່າຍ​ພຣະ​ເຢ​ຊູ​ຊົງ​ຖາມ​ມັນ​ວ່າ, “ມຶງ​ຊື່​ຫຍັງ” ມັນ​ທູນ​ຕອບ​ວ່າ, “ຊື່​ກອງ​ທັບ” ດ້ວຍ​ວ່າ​ຜີ​ທີ່​ເຂົ້າ​ສິງຢູ່​ໃນ​ຄົນ​ນັ້ນ​ມີ​ຫລາຍ​ໂຕ
31. ແລະ​ຜີ​ນັ້ນ​ໄດ້​ອ້ອນວອນ​ຂໍ​ນຳ​ພຣະ​ອົງ​ບໍ່​ໃຫ້​ບັງ​ຄັບ​ມັນ​ຫ​ນີ​ໄປ​ໃນ​ພື້ນ​ເຫວ​ເລິກ
32. ທີ່​ນັ້ນມີ​ຝູງ​ຫມູ​ຝູງ​ໃຫຍ່​ກຳ​ລັງ​ຫາ​ກິ​ນຢູ່​ຕາມ​ພູ ຜີ​ເຫລົ່າ​ນັ້ນ​ໄດ້​ທູນ​ຂໍ​ພຣະ​ອົງ​ຊົງ​ອະ​ນຸ​ຍາດ​ໃຫ້​ພວກ​ມັນ​ເຂົ້າ​ສິງ​ ຢູ່​ໃນ​ຫມູ​ຝູງ​ນັ້ນ ພຣະ​ອົງ​ກໍ​ຊົງ​ອະ​ນຸ​ຍາດ​ໃຫ້



 

 


ໂຢຮັນ 3
16. ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ຮັກ​ໂລກ​ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ ອົງ ເພື່ອ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະ​ບຸດ​ນັ້ນ​ຈະ​ບໍ່​ຈິບ​ຫາຍ​ ແຕ່​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ
17. ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ໃຊ້​ພຣະ​ບຸດ​ຂອງ​ພຣະ​ອົງ​ເຂົ້າ​ມາ​ໃນ​ໂລກ ບໍ່​ແມ່ນ​ຈະ​ຕັດ​ສິນ​ລົງ​ໂທດມະ​ນຸ​ສ​ໂລກ ແຕ່​ເພື່ອ​ມະ​ນຸ​ສ​ໂລກ​ຈະ​ພົ້ນ​ໄດ້​ດ້ວຍ​ພຣະ​ບຸດນັ້ນ
18. ຜູ້​ທີ່​ວາງ​ໃຈ​ໃນ​ພຣະ​ບຸດ​ກໍ​ບໍ່​ຖືກ​ຕັດ​ສິນ​ລົງ​ໂທດ ແຕ່​ຜູ້​ທີ່​ບໍ່​ວາງ​ໃຈ​ກໍ​ໄດ້​ຖືກ​ຕັດ​ສິນ​ລົງ​ໂທດ​ແລ້ວ ເພາະ​ບໍ່​ໄດ້​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ເຈົ້າ




1. ໂຢຮັນ 1
7. ແຕ່​ຖ້າ​ເຮົາ​ທັງ​ຫລາຍ​ດຳ​ເນີນ​ຊີ​ວິດຢູ່​ໃນ​ຄວາມ​ສວ່າງ​ເຫມືອນ​ຢ່າງ​ພຣະ​ ອົງ​ຊົງ​ສະ​ຖິດ​ຢູ່​ໃນ​ຄວາມ​ສວ່າງ ພວກ​ເຮົາ​ກໍ​ຮ່ວມ​ສາ​ມັກ​ຄີ​ທັມ​ເຊິ່ງ​ກັນ​ແລະ​ກັນ ແລະ​ພຣະ​ໂລ​ຫິດ​ຂອງ​ພຣະ​ເຢ​ຊູ​ພຣະ​ບຸດ​ຂອງ​ພຣະ​ອົງ ກໍ​ຊຳ​ຮະ​ລ້າງ​ເຮົາ​ທັງ​ຫລາຍ​ຈາກ​ຜິດ​ບາບຫມົດ​ສິ້ນ




ມັດທາຍ 6
7. “ແຕ່​ເມື່ອ​ທ່ານ​ອ້ອນວອນ​ຢູ່ ຢ່າ​ເວົ້າ​ຊ້ຳ​ຄຳ​ເກົ່າ​ເຫມືອນ​ຄົນ​ຕ່າງ​ຊາດ​ເຄີຍ​ເຮັດ​ ເພາະ​ເຂົາ​ຄຶດ​ວ່າ ຖ້າ​ເວົ້າ​ຫລາຍ​ຄຳ​ພຣະ​ຈຶ່ງ​ຈະ​ຊົງ​ໂຜດຮັບ​ຟັງ
8. ສັນ​ນັ້ນ ຢ່າ​ເຣັດ​ຄື​ເຂົາ ເພາະ​ວ່າ​ສິ່ງ​ໃດ​ທີ່​ທ່ານ​ຕ້ອງ​ການ ພຣະ​ບິ​ດາ​ຂອງ​ທ່ານ​ກໍ​ຊົງ​ຊາບ​ກ່ອນ​ພວກ​ທ່ານ​ທູນ​ຂໍ
9. ເຫດ​ສັນ​ນີ້ ພວກ​ທ່ານ​ຈົ່ງ​ອ້ອນວອນ​ຕາມ​ຢ່າງ​ນີ້​ວ່າ, “ຂ້າ​ແດ່​ພຣະ​ບິ​ດາ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຜູ້​ຊົງ​ສະ​ຖິດໃນ​ສວັນ ຂໍ​ໃຫ້​ພຣະ​ນາມ​ຂອງ​ພຣະ​ອົງ​ເປັນ​ທີ່​ເຄົາ​ຣົບ​ບູ​ຊາ
10. ຂໍ​ໃຫ້​ພຣະ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ມາ​ຕັ້ງ​ຢູ່ ຂໍ​ໃຫ້​ເປັນ​ໄປ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ ໃນ​ສວັນ​ເປັນຢ່າງ​ໃດ​ກໍ​ໃຫ້​ເປັນ​ຢ່າງ​ນັ້ນ​ທີ່​ແຜ່ນ​ດິນ​ໂລກ
11. ຂໍ​ຊົງ​ໂຜດ​ປະ​ທານ​ອາ​ຫານ​ປະ​ຈໍາວັນ ໃຫ້​ແກ່​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໃນ​ກາ​ລະ​ວັນ​ນີ້
12. ຂໍ​ຊົງ​ໂຜດ​ຍົກ​ໂທດ​ໃຫ້​ຂ້າ​ພຣະ​ອົງ ເຫມືອນ​ຂ້າ​ພຣະ​ອົງ​ຍົກ​ໂທດ​ໃຫ້​ແກ່​ຜູ້​ທີ່​ເຮັດ​ຜິດ​ຕໍ່​ຂ້າ​ພຣະອົງ​ນັ້ນ
13. ແລະ​ຂໍ​ຢ່າ​ພາ​ຂ້າ​ພຣະອົງ​ເຂົ້າ​ໄປ​ໃນ​ການ​ທົດ​ລອງ ແຕ່​ຂໍ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກການ​ຊົ່ວ​ຮ້າຍ (ເຫດ​ວ່າ​ຣາ​ຊ​ອານາ​ຈັກ, ຣິດອໍາ​ນາດ, ແລະ​ພຣະ​ຣັ​ສ​ມີ​ກໍ​ເປັນ​ຂອງ​ພຣະ​ອົງ​ສືບໆ ໄປ​ເປັນ​ນິດ ອາ​ແມນ)




 


ໂຢຮັນ 20
24. ຝ່າຍ​ໂທ​ມາ​ທີ່​ເອີ້ນ​ວ່າ​ແຝດ ຊຶ່ງ​ເປັນ​ສາ​ວົກ​ຜູ້​ນຶ່ງ​ໃນ​ສິບສອງ​ຄົນ​ນັ້ນ ບໍ່​ໄດ້​ຢູ່​ກັບ​ເຂົາ​ເມື່ອ​ພຣະ​ເຢ​ຊູ​ສະ​ເດັດ​ມາ​ນັ້ນ
25. ສາ​ວົກ​ອື່ນໆ​ຈຶ່ງບອກ​ໂທ​ມາ​ວ່າ, “ເຮົາ​ໄດ້​ເຫັນອົງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ” ແຕ່​ໂທ​ມາ​ຕອບ​ເຂົາ​ເຫລົ່າ​ນັ້ນ​ວ່າ, “ຖ້າ​ຂ້ອຍ​ບໍ່​ເຫັນ​ຮອຍ​ຕະ​ປູ​ທີ່​ຝ່າພຣະ​ຫັດ ແລະ​ບໍ່​ໄດ້​ເອົາ​ນີ້ວ​ມື​ຂອງ​ຂ້ອຍ​ແປະ​ໃສ່​ຮອຍ​ຕະ​ປູ​ນັ້ນ ແລະບໍ່​ໄດ້​ເອົາ​ມື​ຂອງ​ຂ້ອຍ​ແປະ​ໃສ່​ຂ້າງ​ຂອງ​ທ່ານ​ແລ້ວ ຂ້ອຍ​ຈະ​ບໍ່​ເຊື່ອ
26. ຄັນ​ລ່ວງ​ໄປ​ໄດ້​ແປດ​ວັນ​ແລ້ວ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ກໍ​ຢູ່ພ້ອມ​ກັນ​ທີ່​ ເຮືອນ​ນັ້ນ​ອີກ ແລະ​ໂທ​ມາ​ກໍ​ຢູ່​ກັບ​ເຂົາ ສ່ວນ​ປະ​ຕູ​ກໍ​ອັດໄວ້ ແຕ່​ພຣະ​ເຢ​ຊູ​ກໍ​ໄດ້​ສະ​ເດັດ​ເຂົ້າ​ມາ​ຢືນ​ຢູ່​ຖ້າມ​ກາງ​ເຂົາ ແລ້ວ​ຊົງ​ກ່າວ​ວ່າ,”ສັນ​ຕິ​ສຸກ​ຈົ່ງ​ມີ​ຢູ່​ກັບ​ທ່ານ​ທັງ​ຫລາຍ”
27. ແລະ​ພຣະ​ອົງ​ຊົງ​ກ່າວ​ແກ່ໂທ​ມາ​ວ່າ, “ຈົ່ງ​ເດ່​ນີ້ວ​ມື​ຂອງ​ທ່ານ​ມາ​ລູບ​ເບິ່ງ​ຝ່າ​ມື​ຂອ​ງ​ເຮົາ ຈົ່ງ​ເດ່​ມື​ຂອງ​ທ່ານ​ມາ​ໃສ່​ຂ້າງ​ຂອງ​ເຮົາ ຢ່າ​ຂາດ​ຄວາ​ມເຊື່ອ​ແຕ່​ຈົ່ງ​ເຊື່ອ”
28. ໂທ​ມາທູນ​ຕອບ​ວ່າ, “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ແລະ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ”
29. ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ໂທ​ມາ​ວ່າ, “ເພາະ​ໄດ້​ເຫັນ​ເຮົາ​ທ່ານ​ຈຶ່ງ​ເຊື່ອ​ຫລື ຜູ້​ທີ່​ບໍ່​ເຫັນ​ເຮົາ​ແຕ່​ບໍ່​ໄດ້​ເຊື່ອ​ກໍ​ເປັນ​ສຸກ”
30. ອັນ​ນຶ່ງ​ພຣະ​ເຢ​ຊູ​ໄດ້​ຊົງ​ເຣັດ​ຫມາຍ​ສຳ​ຄັນ​ອື່ນໆ ອີກ​ຫລາຍ​ປະ​ການ​ຕໍ່​ຫນ້າ​ພວກ​ສາ​ວົກ​ເຫລົ່າ​ນັ້ນ ຊຶ່ງ​ບໍ່​ໄດ້​ຈົດ​ໄວ້​ໃນ​ຫນັງ​ສື​ເຫລັ້ມ​ນີ້
31. ແຕ່​ທີ່​ໄດ້​ຈົດ​ເຫດ​ການ​ເຫລົ່າ​ນີ້​ໄວ້ ກໍ​ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ເຊື່ອ​ວ່າ​ພຣະ​ເຢຊູ​ຊົງ​ເປັນ​ພຣະ​ຄຣິດ ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ​ເມື່ອ​ມີ​ຄວາມ​ເຊື່ອ​ແລ້ວ​ທ່ານ​ກໍ​ຈະ​ມີ​ຊີວິດ​ໂດຍ​ພຣະ​ນາມ​ຂອງ​ພຣະ​ອົງ




ໂຢຮັນ 1
11. ພຣະ​ອົງ​ໄດ້​ສະ​ເດັດ​ມາ​ຍັງ​ບ້ານເມືອງ​ຂອງ​ພຣະ​ອົງ ແລະ​ຊາວ​ບ້ານ​ຊາວ​ເມືອງ​ຂອງ​ພຣະ​ອົງ​ບໍ່​ໄດ້​ຕ້ອນ​ຮັບ​ພຣະ​ອົງ
12. ແຕ່​ສ່ວນ​ບັນ​ດາ​ຜູ້​ທີ່​ຕ້ອນ​ຮັບ​ພຣະ​ອົງ ຄື​ຜູ້​ທີ່​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ປະ​ທານ​ສິດ​ໃຫ້​ກາຍ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ
13. ຊຶ່​ງບໍ່​ໄດ້​ເກີດ​ຈາກ​ເລືອດເນື້ອ ຫລື​ກາມ ຫລື​ຄວາມ​ປະ​ສົງ​ຂອງ​ມະ​ນຸດ ແຕ່​ເກີດ​ຈາກ​ພຣະ​ເຈົ້າ





1. ໂຢຮັນ 3
1. ເບິ່ງ​ແມ໋, ພຣະ​ບິ​ດາ​ຊົງ​ໂຜດ​ປະ​ທານ​ຄວາມ​ຮັກ​ແກ່​ເຮົາ​ທັງ​ຫລາຍ​ເປັນ​ຢ່າງ​ໃດ​ທີ່​ພຣະ ​ເຈົ້າ​ຊົງ​ເອີ້ນ​ພວກ​ເຮົາ​ວ່າ​ບຸດ​ຂອງ​ພຣະ​ອົງ ແລະ​ພວກ​ເຮົາ​ກໍ​ເປັນ​ຢ່າງ​ນັ້ນ​ແລ້ວ ເຫດ​ທີ່​ໂລກ​ບໍ່​ຮູ້​ຈັກ​ເຮົາ​ທັງ​ຫລາຍ ກໍ​ເພາະ​ເຂົາ​ບໍ່​ຮູ້​ຈັກ​ພຣະ​ອົງ​ນັ້ນ​ແຫລະ
2. ພ​ວກ​ທີ່​ຮັກ​ເອີຍ, ບັດ​ນີ້ ເຮົາ​ທັງ​ຫລາຍ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ​ແລ້ວ ແລະ​ຍັງບໍ່​ໄດ້​ຊົງ​ສະ​ແດງ​ໃຫ້ຮູ້​ຄັກ​ວ່າ​ຕໍ່​ໄປ​ພວກ​ເຮົາ​ຈະ​ເປັນ​ຢ່າງ​ໃດ ແຕ່​ພວກ​ເຮົາ​ຮູ້​ວ່າ ເມື່ອ​ພຣະ​ອົງ​ນັ້ນ​ຈະ​ສະ​ເດັດ​ມາປາ​ກົດ​ນັ້ນ​ເຮົາ​ທັງ​ຫລາຍ​ຈະ​ເປັນ​ເຫມືອນ ​ພຣະ​ອົງ ເພາະ​ວ່າ​ພວກ​ເຮົາ​ຈະ​ເຫັນ​ພຣະ​ອົງ​ຢ່າງ​ທີ່​ພຣະ​ອົງ​ຊົງ​ເປັນ​ຢູ່​ນັ້ນ



 

 


(year 500 B.C.)
ເຊຄາຣິຢາ 12
1 .  ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ດ້ວຍ​ເຣື່ອງອິສ​ຣາ​ເອນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຄຶງ​ທ້ອງ​ຟ້າ​ອອກ ແລະ​ວາງ​ຮາກ​ພິ​ພົບ ແລະ​ປັ້ນ​ຈິດ​ວິນ​ຍານ​ໃຫ້​ມີ​ຢູ່​ໃນ​ມະ​ນຸດ ກ່າວ​ວ່າ,
...
10.  “ແລະ​ເຣົາຈະ​ເທວິນ​ຍານ​ແຫ່ງ​ຄວາມ​ເມດ​ຕາ​ເອັນ​ດູ ແລະ​ການ​ອ້ອ​ນວອນ​ເທິງ​ຣາ​ຊວົງ​ດາ​ວິດ ແລະ​ຊາວ​ເຢ​ຣູ​ຊາ​ເລັມ ດັ່ງ​ນັ້ນ​ເມື່ອ​ເຂົ​າ​ທັງ​ຫລາຍມອງ​ເບິ່ງ​ເຮົາ ຜູ້​ຊຶ່ງ​ເຂົາ​ເອງ​ໄດ້​ແທງ ເຂົາ​ຈະ​ໄວ້​ທຸກ​ເພື່ອ​ບຸດ​ຄົນ​ດຽວ​ຂອງ​ຕົນ ແລະ​ຮ້ອງ​ໄຫ້​ຢ່າງ​ຂົ່ມ​ຂື່ນ​ເພື່ອ​ທ່ານ ເຫມືອນ​ຢ່າງ​ຄົນ​ຮ້ອງ​ໄຫ້​ເພື່ອ​ບຸດ​ຫົວ​ປີ​ຂອງ​ຕົນ


 
 

ເອຊາຢາ 19
1.   ຖ້ອຍ​ຄຳ​ກ່ຽວ​ກັບ​ເອ​ຢິບ ເບິ່​ງ​ແມ໋​, ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເມກ​ອັນ​ໄວໆ ແລະ​ສະ​ເດັດ​ມາ​ຍັງ​ເອ​ຢິບ ຕໍ່​ພຣະ​ພັກ​ພຣະ​ອົງ ຮູບ​ເຄົາ​ຣົບ​ແຫ່ງ​ເອຢິບ​ຈະ​ສັ່ນ​ສະ​ເທືອນ ແລະ​ໃຈ​ຂອງ​ຄົນ​ເອ​ຢິບ​ຈະ​ລະ​ລາຍ​ໄປ​ພາຍ​ໃນ​ຕົວ​ເຂົາ
2.   ແລະ​ເຣົາ​ຈະ​ກວນ​ໃຫ້​ຄົນ​ເອຢິບ​ຕໍ່​ສູ້​ກັບ​ຄົນ​ເອ​ຢິບ ແລະ​ເຂົາ​ຈະ​ສູ້​ຮົບ​ກັນ ທຸກ​ຄົນ​ຮົບ​ພີ່ນ້ອງ​ຂອງ​ຕົນ ແລະ​ທຸ​ກ​ຄົນ​ຮົບ​ເພື່ອນ​ບ້ານ​ຂອງ​ຕົນ ເມືອງ​ຮົບ​ກັບ​ເມືອງ ຣາ​ຊ​ອາ​ນາ​ຈັກ​ຮົບກັບ​ຣາ​ຊ​ອາ​ນາ​ຈັກ
3.   ແລະ​ຄົນ​ເອ​ຢິບ​ກໍ​ຈະ​ຈົນ​ໃຈ ແລະ​ເຣົາ​ຈະ​ກະ​ທຳ​ໃຫ້​ແຜນ​ງານ​ຂອງ​ເຂົາ​ຫຍຸ້ງ ແລະ​ເຂົາ​ຈະ​ປຶກ​ສາ​ຮູບ​ເຄົາ​ຣົບ​ແລະ​ພວກ​ຫມໍດູ ແລະ​ຄົນ​ຊົງ ແລະ​ພໍ່​ມົດ​ແມ່​ມົດ
4.   ແລະ​ເຣົາ​ຈະ​ມອບ​ຄົນ​ເອ​ຢິບ​ໄວ້​ໃນ​ມື​ຂອງ​ນາຍ​ທີ່​ແຂງ​ກະ​ດ້າງ ແລະ​ພຣະ​ຣາ​ຊາ​ດຸ​ຮ້າຍຄົນ​ນຶ່ງຈະ​ປົກ​ຄອງ​ເຫນືອ​ເຂົາ ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ແຫ​ລະ

...

21. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສຳ​ແດງ​ພຣະ​ອົງ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ຄົນ​ເອຢິບ ແລະ​ຄົນ​ເອ​ຢິບ​ຈະ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ວັນ​ນັ້ນ​ແລະ​ນະ​ມັ​ສ​ການ ​ດ້ວຍ​ຖວາຍ​ເຄື່ອງ​ສັກກາ​ຣະ​ບູ​ຊາ​ແລະ​ເຄື່ອງ​ຖວາຍ​ແລະ​ເຂົາ​ທັງ​ຫລາຍ​ຈະ​ ບົນ​ບານ​ແລະ​ແກ້​ບົນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ
22. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໂຈມ​ຕີ​ເອ​ຢິບ ຊົງ​ໂຈມ​ຕີ​ໄປ​ຊົງ​ຮັກ​ສາ​ໄປ ແລະ​ເຂົາ​ທັງ​ຫລາຍ​ຈະ​ຫັນ​ກັບ​ມາ​ຫານ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ອົງ​ຈະ​ຊົງ​ຟັງ​ຄຳ​ວິງວອນ​ຂອງ​ເຂົາ​ແລະ​ຊົງ​ຮັກ​ສາ​ເຂົາ
23. ໃນ​ວັນ​ນັ້ນ​ຈະ​ມີ​ທາງ​ຫລວງ​ຈາກ​ເອ​ຢິບ​ເຖິງ​ອັ​ສ​ຊີ​ເຣັຽ ແລະ​ຄົນ​ອັ​ສ​ຊີ​ເຣັຽ​ຈະ​ເຂົ້າ​ມາ​ຍັງ​ເອ​ຢິບ ແລະ​ຄົນ​ເອ​ຢິບ​ຍັງ​ອັ​ສ​ຊີ​ເຣັຽ
24. ໃນ​ວັນ​ນັ້ນ​ອິສ​ຣາ​ເອນ​ຈະ​ເປັນ​ທີ່​ສາມ​ກັບ​ເອ​ຢິບ​ແລະ​ກັບ​ອິສ​ຊີ​ເຣັຽ ເປັນ​ພອນ​ຖ້າມ​ກາງ​ແຜ່ນ​ດິນ​ໂລກ
25. ເປັນ​ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ຊົງ​ອວຍ​ພຣະ​ພອນ​ວ່າ “ເອ​ຢິ​ບຊົນ​ຊາດ​ຂອງ​ເຮົາ​ຈົ່ງ​ໄດ້​ຮັບ​ພອນ ແລະ​ອັ​ສ​ຊີ​ເຣັຽ​ຜົນ​ງານ​ແຫ່ງ​ມື​ຂອງ​ເຮົາ ແລະ​ອິສ​ຣາ​ເອນມໍ​ຣະ​ດົກ​ຂອງ​ເຮົາ”